ລັດຖະບານ​ກຳ​ປູ​ເຈຍຈະ​ຫ້າມ​ທ່ານ​ທັກ​ສິນ​ເຂົ້າ​ກຳປູ​ເຈຍ

(GMT+08:00) 2010-04-05 16:11:12     cri
ຕາມ​ຂ່າວCRI: ວັນ​ທີ4​ເມ​ສານີ້​ ຢູ່​ຫົວ​ຫີນ ທ່ານ​ສຸ​ເທບ ​ເທືອກ​ສຸບັນ,ຮອງ​ນາ ຍົກລັດຖະມົນຕີ​ໄທ​ກ່າວ​ວ່າ,ມື້​ດຽວ​ກັນ ທ່ານ​ຮຸນ​ເຊັນ ນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້​ພົບ​ປະ​ກັບ​ທ່ານ​ແລະ​ກ່າວ​ເນັ້ນວ່າ,ການ​ພົວພັນ​ລະຫວ່າງທ່ານກັບ​ທ່ານ​ທັກສິນ ຊິນນະ​ວັດ​ແມ່ນການ​ພົວພັນສ່ວນ​ຕົວ,​ເດັດຂາດ​ບໍ່​ກະທົບ​ເຖິງ​ການ​ພົວພັນ​ກັບ​ໄທ.ນອກຈາກ​ທ່ານ​ທັກສິນ ອະດີດ​ນາຍົກ​ໄທ​ຢຸດ​ເຊົາ​ການ​ບັນຊາ​ການ​ເຄື່ອນ​ໄຫວ​ປະ​ທ້ວງ​ຂອງກຸ່ມ​ເສື້ອ​ແດງ​ແລ້ວ,ຖ້າ​ບໍ່​ດັ່ງນັ້ນກຳປູ​ເຈຍ​ຈະ​ຫ້າມ​ທ່ານ​​ເຂົ້າກຳປູ​ເຈຍ.

ທ່ານ​ສຸ​ເທບ​ແມ່ນ​ໃຫ້​ຄຳ​ເວົ້າດັ່ງກ່າວ​ໃນ​ເວລາ​ໃຫ້​ສຳພາດ​ຫຼັງ​ຈາກ​ພົບ​ປະ​ກັບ​ທ່ານ​ຮຸນ​ເຊັນ ນາຍົກລັດຖະມົນຕີກຳປູ​ເຈຍ​ທີ່​ມາ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄະນະ​ກຳມາ​ທິການ​ແມ່ນ້ຳຂອງຄັ້ງທຳ​ອິດ​ໃນ​ມື້​ດຽວ​ກັນ.ນອກ​ນີ້,ທ່ານ​ສຸ​ເທບ​ຍັງ​ກ່າວ​ວ່າ,ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ໃນ​ການ​ແກ້​ໄຂ​ບັນຫາ​ຊາຍ​ແດນ​ສອງ​ປະ​ເທດ​ໂດຍ​ສັນຕິ,​ແລະ​ກ່າວ​ວ່າ​ຈະ​ທຳ​ຄວາມ​ພະຍາຍາມ​ສຸດ​ຂີດ​ຫຼີກ​ເວັ້ນການ​ປະ​ທະ​ກັນ​ຢູ່​ຊາຍ​ແດນ,ບໍ່​ກະທົບ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ສອງ​ຊາດ​ຢູ່​ຊາຍ​ແດນ, ພ້ອມ​ກັນນັ້ນຈະ​ຟື້ນ​ຟູ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ໄທ​ກັບ​ກຳປູ​ເຈຍ​ເປັນ​ປົກກະຕິ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ