ຈີນ​ເອົາ​ໃຈ​ໃສ່​​​ໃນ​ລະດັບສູງ​ແລະ​ຕັ້ງໜ້າ​ເຂົ້າຮ່ວມ​ການຮ່ວມ​ມື​​​ໃນອະນຸ​ພາກພື້ນ

(GMT+08:00) 2010-04-05 17:05:14     cri
ຕາມ​ຂ່າວCRI:ວັນ​ທີ 5 ​ເມສາ​ນີ້,ທ່ານ​ຊົ້ງ​ທ່າວ,ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ແລະ​ຕັ້ງໜ້າ​ເຂົ້າຮ່ວມ​ການຮ່ວມ​ມື​ໃນອະນຸ​ພາກພື້ນ​ແມ່​ນ້ຳຂອງ.

ກອງ​ປະຊຸມ​ສຸດ​ຍອດ​ຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ​ຄັ້ງ​ປະຖົມມະ​ເລີກ​ໄດ້​​ໄຂ​ຂຶ້ນ​ຢູ່​ຫົວ​ຫີນຂອງ​ໄທ,ຫົວໜ້າລັດຖະບານ​ຂອງ 4 ປະ​ເທດ​ສະມາຊິກ​ຄື​ໄທ ກຳປູ​ເຈຍ ລາວ​ແລະ​ຫວຽດນາມ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້,ທ່ານ​ຊົ້ງ​ທ່າວ,ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ທ່ານ​ອຸຍະ​ເວະ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ມຽນມາກໍ່​​ໄດ້​ຮ່ວມ​ປະຊຸມ​ໃນ​ນາມ​ເປັນຜູ້​ແທນ​ຂອງ​ປະ​ເທດ​ສັງ​ເກດ​ການ.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ,ທ່ານ​ຊົ້ງ​ທ່າວ​ຊີ້​ອອກ​ວ່າ,​ໃນ​ນາມ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນຄຽງ​ທີ່​ດີ​ຕໍ່​ກັນ​ແລະ​ຄູ່​ຮ່ວມ​ມື​ຂອງ​ປະ​ເທດ​ອະນຸ​ພາກພື້ນ​ແມ່​ນ້ຳຂອງ,ຈີນ​ເອົາ​ໃຈ​ໃສ່​ສູງ​ແລະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ອະນຸ​ພາກພື້ນ.​ແມ່​ນ້ຳ​ລ້ານ​ຂ້າງ-​ແມ່​ນ້ຳຂອງ​ແມ່ນ​ສິ່ງ​ລ້ຳ​ຄ່າ​ຂອງ​ປະ​ເທດຕ່າງໆ​ໃນ​ອະນຸ​ພາກພື້ນ.​ໃນ​ການ​ພັດທະນາ​ແລະ​ນຳ​ໃຊ້ພະລັງງານ​ນ້ຳຂອງ​ແມ່​ນ້ຳ​ລ້ານ​ຊ້າງ,ລັດຖະບານ​ຈີນ​ຍຶດໝັ້ນ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ແບບ​ຍືນ​ຍົງ,ຍຶດໝັ້ນ​​ເຮັດ​ໃຫ້ການ​ພັດທະນາ​ກັບ​ການ​ອະນຸລັກ​ສະ​ເໝີ​ພາບ​ກັນ,ຍຶດໝັ້ນ​ເຮັດ​ໃຫ້​ຜົນ​ປະ​ໂຫຍ​ດຂອງ​ຕົນ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຕ່າງໆ​ລຸ່ມ​ແມ່​ນ້ຳຂອງ​ເປັນ​ເອກະ​ພາບ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ