ພາກ​ຕາ​ເວັນ​ຕົກ​ອິນ​ໂດ​ເນ​ເຊຍ​ ເກີດ​ແຜ່ນ​ດິນ​ໄຫວ​ຮຸນ​ແຮງ

(GMT+08:00) 2010-04-07 11:17:02     cri
ຕາມ​ຂ່າວcri:ຕອນ​ເຊົ້າວັນ​ທີ 7ເມສາ​ນີ້,ຢູ່​​ບໍລິ​ເວນເຂດ​ບໍລິຫານພິ​ເສດອາ​ເຈະ ພາກ​ຕາ​ເວັນ​ຕົກ​ຂອງ​ອິນ​ໂດ​ເນ​ເຊຍ​ ໄດ້​ເກີດ​ແຜ່ນດິນ​ໄຫວທີ່ວັດແຮງສັ່ນ​ສະເທືອ​ນ​ໄດ້7,2 ຣິກ​ເຕີ. ຫັຼງຈາກ​ເກີດ​ແຜ່ນດິນ​ໄຫວ​, ອິນ​ໂດ​ເນ​ເຊຍ​ແລະ​ໄທ ກໍ່​ໄດ້​ປະກາດ ເຕືອນ​ໄພຄຶ້ນ​​ຊຶນາ​ມີໃນ​ທັນ​ທີ.   ອົງການ​ອຸຕຸນິຍົມ ​ແລະ​ທໍລະນີ​ຟີ​ຊິກຂອງ​ອິນ​ໂດ​ເນ​ເຊຍ ​ໄດ້​ເຜີ​ຍ​​ແຜ່ຂໍ້​ມູນ​ໂດຍກ່າວ​ວ່າ,​ແຜ່ນດິນ​ໄຫວ​ເທື່ອ​ນີ້​ໄດ້​ເກີດ​ຂຶ້ນ​ໃນ​ເວລາ​ປະມານ 5 ​ໂມງ15 ນາທີ​ວັນ​ທີ 7 ​ເມສາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຸດ​ສູນ​ກາງ​ແຜ່ນດິນ​ໄຫວ​ ຕັ້ງ​ຢູ່​​ແຫ່ງທີ່​ຫ່າງ​ຈາກ​ເມືອງ​ຊີນາ​ບັງ​ຂອງ​ເຂດ​ບໍລິຫານ​ພິ​ເສດ​ອາ​ເຈະ ​ໄປ​ທາງ​ທິດຕາ​ເວັນ​ອອກສຽງ​ໃຕ້ 75 ກິ​ໂລ​ແມັດ, ຄວາມ​ເລິກຂອງ​ສູນ​ກາງ​ແຜ່ນດິນ​ໄຫວ​ແມ່ນ 34 ກິ​ໂລ​ແມັດ.    ຫຼັງ​ຈາກ​​ເກີດ​ແຜ່ນດິນ​ໄຫວ​ແລ້ວ, ຢູ່​ບໍລິ​ເວນ​ຂອງ​ເຂ​ດບໍລິຫານ​ພິ​ເສດອາ​ເຈະ ກໍ່​ໄດ້​ເກີດ​ແຮງ​ສັ່ນ​ສະ​ເທືອ​ນຕາ​ມມາ​ອີກ 3 ​ເທື່ອ​​ລຽນຕິດ. ຮອດປະຈຸ​ບັນ,ຍັງ​ບໍ່​ມີ​ລາຍ​ງານ​ກ່ຽວ​ກັບ​ຜູ່​​ເສຍ​ຊີວິດ​ແລະບາດ​ເຈັບ​ແລະ​ຄວາມ​ເສຍຫາຍ​ດ້ານ​ຊັບ​ສິນຢ່າງ​ຫຼວງ​ຫຼາຍ.   ສື່​ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ, ​ເຂດ​ບໍລິຫານ​ພິ​ເສດ​ອາ​ເຈະແລະ​​ເມືອງ​ເມ​ດັນ,​ເທດສະບານ​ແຂວງ​ຊູ​ມາຕຣາ​ເຫນືອ​ທີ່ຢູ່​ໃກ້​ນັ້ນ​ ລ້ວນ​ແຕ່​​ໄດ້ມີ​ຄວາມ​ຮູ້​ສື​ກ​ເຖິງ​​ແຮງສັ່ນ​ສະເທືອ​ນ ຢ່າງ​ຈະ​ແຈ້ງ, ບາງ​ເຂດ​ຢູ່ອາ​ເ​ຈະ ກໍ່​ໄດ້​ຂາດໄຟຟ້າ​ແລ້ວ.

ຫຼັງ​ຈາກ​ເກີດ​​ແຜ່ນດິນ​ໄຫວ, ສູນ​ເຕືອນ​ໄພ​ພິບັດ​ທຳ​ມະ​ຊາດ​​ແຫ່ງ​ຊາດ​ໄທ​ ໄດ້ປະກາດເຕືອນ​​ໄພ​ຄຶ້ນ​ຊຶນາ​ມີ ​ຕໍ່​ປະຊາຊົນ​ທີ່ດຳລົງ​ຊີວິດຢູ່​ໃກ້​ກັບ​ເຂດ​ທະ​ເລ​ອັນດາ​ມັນ, ​ເພື່ອ​ຮຽກ​ຮ້ອງ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ ກຽມພ້ອມ​ຍ້າຍ​ໄປ​ສູ່​ບ່ອນປອດ​​ໄພ.



 
 
 
 
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ