10 ປະ​ເທດ​ອາຊຽນ​ເຊັນ​ອະນຸ​ສັນຍາກ່ຽວ​ກັບ​ກົນ​ໄກ​ແກ້​ໄຂ​ກໍລະນີ​ພິພາດ

(GMT+08:00) 2010-04-08 16:36:07     cri

ຕາມ​ຂ່າວCRI: ວັນ​ທີ 8 ​ເມສາ​ນີ້, ລັດຖະມົນຕີການ​ຕ່າງປະ​ເທດ 10 ປະ​ເທດ​ອາຊຽນ​ໄດ້​ເຊັນ"ອະນຸ​ສັນຍາ​ກ່ຽວ​ກັບ​ກົນ​ໄກ​ແກ້​ໄຂກໍລະນີ​ພິພາດ​ພາຍ​ໃຕ້​ກົດ​ບັດ​ອາຊຽນ" ຢູ່​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ. ອະນຸ​ສັນຍາ​ຈະມີ​ຜົນ​ບັງຄັບ​ໃຊ້​ຫຼັງ​ຈາກປະ​ເທດສະມາຊິກ​ຕ່າງໆ​ອະນຸ​ມັດ.

ລັດຖະມົນຕີ​ການ​ຕ່າງບັນດາປະ​ເທດ​ຂອງ​ປະ​ເທດ​ອາຊ​ຽນກ່າວຮ່ວມ​ກັນ​ວ່າ,ການ​ເຊັນອະນຸ​ສັນຍາ​ດັ່ງກ່າວ ພ້ອມ​ທັງ"ສັນຍາກ່ຽວ​ກັບ​ບູລິ​ມະ​ສິດ ​ແລະ ສິດ​ຍົກ​ເວັ້ນຂອງ​ອາຊ​ຽນ"ທີ່ປະ​ເທ​ດອາຊ​ຽນ​ໄດ້​ເຊັນ​ກັນ​ກ່ອນ​ໜ້າ​ນີ້​ນັ້ນ ສະ​ແດງ​ໃຫ້​ເຫັນຄວາມ​ຕັດສິນ​ໃຈ​ຂອງອາຊ​ຽນຫັນ​ເປັນ"ປະຊາ​ຄົມທີ່​ສ້າງ​ຂຶ້ນບົນ​ພື້ນຖານກົດໝາຍ",​ແລະ​ຈະ​ຊຸກ​ຍູ້​ການຈັດ​ຕັ້ງປະຕິບັດ"ກົດ​ບັດ​ອາຊ​ຽນ" ​ແລະ ການ​ສ້າງສາ​ປະຊາ​ຄົມ​ອາຊ​ຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ