ນາຍົກ​ໄທ​ກ່າວ​ວ່າ​ຈະ​ເຮັດ​ໃຫ້​ສະຖານະ​ການ​ພາຍ​ໃນ​ປະ​ເທດ​ຟື້ນ​ຟູ​ຄືນ​ເປັນ​ປົກກະຕິ​ໂດຍ​ໄວ

(GMT+08:00) 2010-04-10 18:43:22     cri
ຕາມ​ຂ່າວCRI,ຄືນ​ວັນ​ທີ9​ເມສາ​ນີ້,ທ່ານ​ອະພິສິດ​ເວດ​ຊາ​ຊີວະ ນາຍົກລັດຖະມົນຕີ​ໄທ​ໄດ້​ກ່າວ​ຄຳ​ປາ​ໄສ​ໂດຍ​ທາງ​ໂທລະພາບ​ວ່າ,ລັດຖະບານ​ໄທ​ຈະ​ສືບ​ຕໍ່​ພະຍາຍາມ​ປົກ​ປັກ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ດ້ານ​ກົດໝາຍ,​​ເຮັດ​ໃຫ້​ສະຖານະ​ການ​ພາຍ​ໃນ​ປະ​ເທດ​ຟື້ນ​ຟູ​ຄືນ​ເປັນ​ປົກກະຕິ​ໂດຍ​ໄວ.

ທ່ານ​ອະພິສິດ​ກ່າວ​ວ່າ,ຂ້າພະ​ເຈົ້າ​ຢາກ​​ໃຫ້ຄົນ​ທັງຫຼາຍ​ຮູ້​ວ່າ,​ເຖິງ​ຈະ​ມີຫຼາຍໆ​ຄົນ​ຮູ້ສຶກ​ຜິດ​ຫວັງ​ຕໍ່​ສະຖານະ​ການ​ປັດຈຸບັນ​ກໍ່ຕາມ,​ແຕ່​ຂ້າພະ​ເຈົ້າ​ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ທຸກ​ຄົນ​ທີ່​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ລ້ວນ​ແຕ່​ຈະ​ບໍ່​ປະລະຄວາມ​ພະຍາຍາມ.ພວກ​ຂ້າພະ​ເຈົ້າ​ຈະ​ຍຶດໝັ້ນ​ໜ້າ​ທີ່​ຕຳ​ແໜ່​ງຂອງ​ຕົນ​ເພື່ອ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ດ້ານ​ລະບົບ​ກົດໝາຍ​ຂອງ​ຊາດ.

ທ່ານ​ອະພິສິດ​ຍັງ​ກ່າວ​ວ່າ,ລັດຖະບານ​ໄດ້​ຮ້ອງ​ຂໍ​ໃຫ້​ສານ​ອະນຸມັດ​ອອກ​ໝາຍ​ສັ່ງ​ຈັບຜູ່​ນຳ​ກຸ່ມ​ເສື້ອ​ແດງ17​ຄົນ​ທີ່​ປຸກ​ປັ່ນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ແລະ​ລະ​ເມີດ​ກົດໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ