ສື່​ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ອິນ​ໂດ​ເນ​ເຊຍ​ກັບ​ຈີນ​ມີ​ເນື້ອ​ໃນ​ອຸດົມສົມບູນ

(GMT+08:00) 2010-04-14 18:05:01     cri
ຕາມ​ຂ່າວສານ​ຊິນ​ຮວາ,​ເນື່ອງ​ໃນ​ໂອກາດ​ທີ່​ຈີນກັບ​ອິນ​ໂດ​ເນ​ເຊຍ​ສ້າງ​ການ​ພົວພັນ​ການ​ທູດ​ຄົບຮອບ60​ປີ​ແລະ​ທ່ານ​​ເວິ່ນ​ເຈ່ຍ​ປາວ​ນາຍົກລັດຖະມົນຕີຈີນຈະ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ໃນ​ໄວ​ໆ​ນີ້,ສື່​ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ໄດ້​ພິມ​ບົດ​ວິຈານ​ຫຼື​ບົດ​ຄວາມ​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ,ຮຽກຮ້ອງ​​ໃຫ້​ລົງ​ເລິ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,​ເພີ່ມ​ເນື້ອ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ອຸດົມສົມບູນ​ຂຶ້ນ.

ໜັງສືພິມຄອມປາສ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ພິມ​ບົດ​ວິຈານ​ໂດຍຂ​ຽນວ່າ,​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອິນ​ໂດ​ເນ​ເຊຍ​ກັບຈີນ​ມີ​ເນື້ອ​ໃນ​ອຸດົມສົມບູນ,​ແຕ່ບໍ່​ແມ່ນ​ມີ​ແຕ່​ຄຳ​​ເວົ້າ​ທາງ​ການ​ທູດ​​ເທົ່າ​ນັ້ນ.ລະຫວ່າງ​ສອງ​ປະ​ເທດ​ນອກຈາກ​ການ​ຄ້າ​ແລະ​ການ​ລົງທຶນ​ແລ້ວ,ຍັງ​ມີຫຼາຍ​ຂົງ​ເຂດ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດທີ່​ມີ​ຄວາມ​ໝາຍ​ດ້ານ​ຍຸດ​ທະ​ສາດ​ເຊັ່ນ​ພະລັງງານ​ແລະ​ພື້ນຖານ​ໂຄ່ງ​ລາງ​ເປັນ​ຕົ້ນ.ການ​ຮ່ວມ​ມື​ຊະນິດ​ນີ້​ຄວນ​ເປີດ​ກວ້າງ​ອອກ​ຕື່ມ​ອີກ,ນອກຈາກ​ການ​ຮ່ວມ​ມື​ສອງ​ຝ່າຍ​ແລ້ວ​ຍັງ​ຄວນ​ມີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ແລະໃນ​ທົ່ວ​ໂລກ.

ໜັງສືພິມ​ຈາກ​າກຕາ​ພົສທ໌ ​ເຊິ່ງ​ເປັນ​ໜັງສືພິມ​ພາສາ​ອັງກິດ​ທີ່​ມີ​ຊື່ສຽງກວ່າ​ໝູ່​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ລົງ​ພິມ​ບົດ​ຄວາມ​ຂອງຮອງ​ປະທານ​ຄະນະ​ບໍລິຫານ​ງານມູນ​ນິທິ​ສູນ​ຄົ້ນຄວ້າ​ຍຸດ​ທະ​ສາດ​ແລະ​ບັນຫາ​ສາກົນ​ຂອງ​ອິນ​ໂດ​ເນ​ເຊຍ​ໂດຍຂ​ຽນວ່າ,ຈີນ​ມີ​ຄວາມ​ສຳຄັນ​ຕໍ່​ອິນ​ໂດ​ເນ​ເຊຍ,ອິນ​ໂດ​ເນ​ເຊຍ​ກັບປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ອື່ນໆ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ຈາກ​ການ​ພົວ​ພັນ​ເສດ​ຖະ​ກິດ​ກັບ​ຈີນ​ແລ້ວ.​ໃນ​ຖານ​ເປັນ​ປະ​ເທດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້,ອິນ​ໂດ​ເນ​ເຊຍ​ກໍ່​ມີ​ຄວາມສຳຄັນ​ຫຼາຍ​ຕໍ່​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ