ສື່​ອິນ​​ໂດ​ເນ​ເຊຍ​ກ່າວ​ວ່າ ອິນ​ໂດ​ເນ​ເຊຍ​ຕ້ອງການ​ຈີນ​ຫຼາຍ​ກວ່າ​

(GMT+08:00) 2010-04-19 18:24:17     cri
ຕາມ​ຂ່າວສານ​ຊີ​ນຮວາ:ໜັງສືພິມ《ຈາ​ກາກ​ຕາ ​ໂພສດ໌》ສະບັບ​ພາສາ​ອັງກິດຂອງ​ອິນ​ໂດ​ເນ​ເຊຍ​ສະບັບ​ວັນ​ທີ 19 ​ເມສາ​ນີ້ພິມ​ບົດ​ວິຈານ​ໂດຍ​ຂຽນ​ວ່າ,​ໃນ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອິນ​ໂດ​​ເນ​ເຊຍ,ອິນ​ໂດ​​ເນ​ເຊຍ​ຕ້ອງການ​ຈີນ​ຫຼາຍ​ກວ່າ.

ບົດ​ຄວາມ​ລົງ​ນາມ​ບົດ​ນີ້​ຂຽນ​ວ່າ,ຕະຫຼາດ​ຕ່າງປະ​ເທດ​ດັ້ງ​ເດີມຂອງ​ອິນ​ໂດ​ເນ​ເຊຍ​ພວມຫຼຸດນ້ອຍ​ລົງ,ສ່ວນຕະຫຼາດ​ຂອງ​ຈີນ​ພັດ​ພວມ​ເປີດກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ.ປີ​ກາຍ​ນີ້,ຈີນ​ໄດ້​ເປັນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ທີ 3 ຂອງ​ອິນ​ໂດ​​ເນ​ເຊຍ.ສ່ວນ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໄດ້​ເປີດ​ຕະຫຼາດ​ຂອງ​ຈີນ​ໃຫ້​ແກ່​ອິນ​ໂດ​ເນ​​ເຊຍ,ອິນ​ໂດ​ເນ​ເຊຍ​ຄວນພະຍາຍາມ​ເຮັດ​ໃຫ້​ຕົນ​ເອງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ກວ່າ​ເກົ່າ​ຈາກ​ຕະຫຼາດນີ້.

ບົດ​ຄວາມ​ຂຽນ​ວ່າ,ອິນ​ໂດ​ເນ​ເຊຍ​ສົ່ງ​ອອກ​ສິນຄ້າ​​​​​ໄປ​ຈີນ​​ເພີ່ມ​ຂຶ້ນ​ນັ້ນ​ໝາຍ​ຄວາມ​ວ່າ​ສິນຄ້າ​ຂອງ​ອິນ​ໂດ​ເນ​ເຊຍ​ມີ​ກຳລັງ​ແຂ່ງຂັນ​ສູງ​ຂຶ້ນ​ໃນ​ຕະຫຼາດ​ຂອງ​ຈີນ,ພ້ອມ​ກັນ​ນັ້ນ,ກໍ່​ໝາຍ​ຄວາມ​ວ່າ,ສິນຄ້າ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ມີ​ກຳລັງ​ແຂ່ງຂັນ​ສູງ​ຂຶ້ນ​ໃນ​ຕະຫຼາດ​ທົ່ວ​ໂລກ.

ໃນ​ມ້ວນທ້າຍ​ຂອງ​ບົດ​ຄວາມ​ຂຽນ​ວ່າ,ການ​ຂາດ​ດຸນ​ການ​ຄ້າ​ແມ່ນ​ປະກົດ​ການທຳ​ມະ​ດາ​ໃນ​ການ​ຄ້າ​ທົ່ວ​ໂລກ,ອິນ​ໂດ​ເນ​ເຊຍເສຍປຽບ​ດຸນ​ການ​ຄ້າ​ຕໍ່​ຈີນບໍ່​ຄວນເປັນ​ຫ່ວງຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ