ສະຖານີ​ຕຳຫຼວດ​ແຫ່ງ​ໜຶ່ງ​ຢູ່​ພາກ​​ໃຕ້​​ໄທ​ເກີດ​ເຫດການ​ລະ​ເບີດ ຫຼາຍ​ສິບ​ຄົນ​ຕາຍ​ແລະບາດ​ເຈັບ

(GMT+08:00) 2010-04-21 16:16:47     cri
ຕາມ​ຂ່າວCRI:ວັນ​ທີ 21 ​ເມສາ​ນີ້,ສະຖານີ​ຕຳຫຼວດ​ແຫ່ງ​ໜຶ່ງ​ຢູ່​ຈັງຫວັດປັດ​ຕາ​ນີ ພາກ​ໃຕ້​ໄທ​​ເກີດ​ເຫດການ​ລະ​ເບີດ,ປະຈຸ​ບັນ,ຢ່າງ​ໜ້ອຍ​ໄດ້​ມີ​ຕຳຫຼວດ 2 ຄົນ​ເສຍ​ຊີວິດ,ອີກ 40 ຄົນ​ບາດ​ເຈັບ.

ກ້ອງ​ວົງ​ຈອນ​ປິດ​ຢູ່​ນອກ​ສະຖານີ​ຕຳຫຼວດ​ຖ່າຍພາບ​ໄວ້ສະ​ແດງ​ໃຫ້​ເຫັນ​ວ່າ,ຜູ້​ຕ້ອງສົງ​ໄສ​ກໍ່​​ເຫດການ​ລະ​ເບີດ 2 ຄົນ​ຂັບ​ລົດຈັກຍີ່​ຫໍ້​ຮອນ​ດາ​ແລະ​ດຶກ​ລູກ​ລະ​ເບີດ​ໃສ່​ສະຖານີ​ແລ້ວ​ໜີ​ໄປ​ໃນ​ທັນທີ.ປະຈຸ​ບັນ,ຕຳຫຼວດ​ໄດ້​ປິດ​ລ້ອມ​ສະຖານ​ທີ່​ເກີດ​ເຫດ​ແລະສະກັດເສັ້ນທາງ​ທີ່​ຜູ້​ກໍ່​ເຫດການ​ໜີ​ໄປ.​ແຕ່​ປະຈຸ​ບັນ​ຍັງ​ບໍ່​ທັນ​ຮູ້​ຖານະ​ລະອຽດຂອງ​ຜູ້​ກໍ່​ເຫດ​ແລະ​ສາ​ເຫດທີ່​ກໍ່​ເຫດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ