ລັດຖະມົນຕີ​ຈີນ-ຟິລິບ​ປິນກ່າວ​ວ່າ​ຈະ​ເພິ່ມທະວີ​ການ​ຮວມ​ມື​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ

(GMT+08:00) 2010-04-25 16:30:58     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 24 ​ເມສາ​ນີ້, ຢູ່​ມາ​ນີລາ ນະຄອນຫຼວງ​ຟິລິນ​ປິນ,ທ່ານ​ວ້ານກ່າງ ລັດຖະມົນຕີ​ວ່າການກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ໄດ້​ພົບ​ປະ​ທ່ານອັສ​​ເຕຼີຍ ອາລາ​ປັສ​ໂຕຼ ລັດຖະມົນຕີ​ກະຊວງ​ວ່າການວິທະຍາສາດ​​ເຕັກ​ໂນ​ໂລ​ຊີຟິລິບ​ປິນ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຕໍ່​ການ​ຮ່ວມ​ມື​​ດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຊີລະຫວ່າງ​ຈີນ ກັບ ຟິລິບ​ປິນ.

ທ່ານ​ວ້ານກ່າງ​ກ່າວ​ວ່າ, ຈີນ ກັບ ຟິລິບ​ປິນມີ​ຜົນ​ປະ​ໂຫຍ​ດຮ່ວມ​​ໂດ​ຍທົ່ວ​​ໄປ​ໃນ​ການພັດທະນາ​ພະລັງງານ​ສະ​ອາດ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ, ຝ່າຍ​ຈີນ​ຍິນ​ດີ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ຝ່າຍ​ຟິລິບ​ປິນ​ໃນ​ຂົງ​ເຂດ​ດິນ​ຟ້າ​ອາກາ​ດ, ພະລັງງານ​ໃໝ່​ແລະພະລັງງານ​ເກີດ​ໃໝ່​ໄດ້, ອະນຸລັກ​ສິ່ງ​ແວດ​ລ້ອມ ພ້ອມ​ທັງ​ປ້ອງ​ກັນ​ໄພ​ທຳ​ມະ​ຊາດ, ຊຸກຍູ້​ວິ​ສາ​ຫະກິດ​ແບບ​ວິທະຍາສາດ​ເຕັກ​​ໂນ​ໂລ​ຊີຂອງ​ສອງ​ປະ​ເທດລົງທຶນ​ຮ່ວມ​ກັນ​ປະກອບ​ທຸລະ​ກິດ​ໃນ​ຂົງ​ເຂດ​ພະລັງງານ​ເກີດ​ໃໝ່​ໄດ້ ​ໂດຍ​ສະ​ເພາະ​ແມ່ນ​ຂົງ​ເຂດ​ພະລັງ​ງານ​ແສງຕາ​ເວັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ