ຊຸ​ດອົບຮົມ​ພາສາ​ຈີນສຳລັບ​ຄູ​ສອນ​ພາສາ​ຈີນ​ຂອງ​ປະ​ເທດ​ອາຊີ​ອາຄະ​ເນ​ປີ2010​ອັດລົງຢູ່​ປັກ​ກິ່ງ

(GMT+08:00) 2010-04-26 16:51:50     cri

ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ມານີ້, ພິທີ​ອັດ​ຊຸດອົບຮົມ​ພາສາ​ຈີນ​ສຳລັບ​ຄູ​ສອນ​ພາສາ​ຈີນ​ຂອງ​ປະ​ເທດ​ອາຊີ​ອາຄະ​ເນ​ປີ2010​ໄດ້ຈັດ​ຂຶ້ນ​ຢູ່​ວິທະຍາ​ໄລ​ພາສາ​ຈີນ​ປັກ​ກິ່ງ.

ໃນ​ເວລາ 3 ອາທິດ, ຄູ​ສອນ​ພາສາ​ຈີນ 47 ຄົນ​ທີ່​ມາ​ຈາກ 5 ປະ​ເທດ ຄື,ລາວ,ຟິລິບ​ປິນ,ກຳປູ​ເຈຍ,ມຽນມາ ​ແລະ ​ໄທ​ໄດ້​ຮ່ຳຮຽນຫຼັກສູດ​ວິຊາ​ສະ​ເພາະ ​ເຊັ່ນ,ການ​ຜັນສຽງ ​ແລະ ວິທີ​ສອນ​ພາສາ​ຈີນ​ເປັນ​ຕົ້ນ ພ້ອມ​ທັງ​ຫຼັກສູດດ້ານ​ວັດທະນະທຳ​ ​ເຊັ່ນ,ການ​ຂຽນ​ງາມ ​ແລະ ການ​ແຕ້ມ​ຮູບ​ເປັນ​ຕົ້ນ. ສຳ​ມະ​ນາກ​ອນໄດ້​​ໄປ​ທັດສະນະ​ສຶກສາ​ພະລາ​ຊະ​ວັງ​ບູຮານ, ວັງ​ລະດູ​ຮ້ອນ, ສວນ​ໂອ​ລິ​ມປິກ ​ແລະ ວັງພັກ​ຮ້ອນ​ເຊີງ​ເຕີ​ແຂວງ​ເຮີ​ເປ​, ສຳຜັດ​ກັບ​ປະຫວັດສາດ ​ແລະ ວັດທະນະທຳ​ພື້ນ​ເມືອງ​ຂອງ​ຈີນ​. ​ໃນ​ໄລຍະ​ຈັດ​ຊຸດ​ອົບຮົມ, ​ເມືອງອີ້​ຊູ້​ແຂວງ​ຊີ່​ງ​ໄຫ​ຂອງ​ຈີນ​ໄດ້​ເກີດ​ໄພ​​ແຜ່ນດິນ​ໄຫວຂັ້ນ 7,1 ລິກ​ເຕີ, ສຳ​ມະ​ນາກ​ອນກໍ່ໄດ້​ບໍລິຈາ​ກ​ເງິນ​ໃຫ້​ແກ່​ເຂດ​ປະສົບ​ໄພ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ