ຮອງ​ນາຍົກ​ມະ​ເລ​ເຊຍ​ກ່າ​ວວ່າ ກຳລັງ​ທະຫານ​ຂອງ​ຈີນ​ເພິ່ມຂຶ້ນ​​ໄດ້ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນຕິພາບ​ຂອງ​ໂລກ

(GMT+08:00) 2010-04-27 17:40:00     cri

ຕາມ​ຂ່າວCRI: ວັນ​ທີ 26 ​ເມສາ​ນີ້, ​ເວທີ​ປຶກສາ​ຫາລື"ຈີນທີ່​​ເຂັ້ມ​ແຂງ:ຜົນ​ສະທ້ອນ ກັບ ການທ້າ​ທາຍ"ທີ່​ສະມາຄົມ​ອຸດສາຫະກຳ​ການ​ຄ້າ​​ແຫ່ງ​ຊາດມະ​ເລ​ເຊຍ​​ເປັນຝ່າຍ​ຈັດ​ຕັ້ງ​ໄດ້ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ກົວ​ລະ​ລຳ​ເປີ. ທ່ານ​ມູຮີ​ດີ​ນ ຢາ​ຊິນ ຮອງ​ນາຍົກລັດຖະມົນຕີມະ​ເລ​ເຊຍ​ກວ່າ​ວ່າ, ຄວນ​ເບິ່ງການ​ເພິ່ມຂຶ້ນ​ຂອງ​ກຳລັງ​ທະຫານ​ຂອງ​ຈີນ​ດ້ວຍ​ທ່າ​ທີ​ອັນ​ຕັ້ງໜ້າ, ຫາກ​ບໍ່ແມ່ນ​​ຖື​ເປັນ​ໄພ​ຂົ່ມ​ຂູ່.

ທ່ານ​ກ່າວ​ວ່າ, ​ໃນ​ຂະນະ​ທີ່​ກຳລັງ​ທະຫານ​ຂອງ​ຈີນ​ເພິ່ມຂຶ້ນ​ກໍ່​​ໄດ້ປະກອບສ່ວນ​ຫຼາຍ​ເຂົ້າ​ໃນ​ສັນຕິພາບ​ຂອງ​ໂລກ. ຈີນ​ສົ່ງ​ກຳ​ປັ່ນ​ທະຫານ​ໄປ​ໂຈມ​ຕີ​ໂຈນ​ທະ​ເລ​ກໍ່​ສາມາດ​ຢືນ​ຢັນຂໍ້​ນີ້. ​ເຖິງ​ວ່າ​ຈີນ​ມີກຳລັງ​ທະຫານອັນ​ແຂງ​ແຮງ​, ​ແຕ່​ຈີນ​ຍິ່ງ​ຍິນ​ດີ​ເລືອກ​ຊ່ອງ​ທາງ​ຫຼາຍ​ຝ່າຍທີ່​ມີ​ຢູ່​ມາແກ້​ໄຂ​ບັນຫາ. ຈີນ​ສາມາດ​ພິຈາລະນາຢ່າງສຸຂຸມ​ຮອບ​ຄອບ ​​ແລະ ​ໃຊ້​​ແສນ​ຍານຸພາບຂອງ​ຕົນ​ຢ່າງ​ບໍ່​ມີລັກສະນະ​ຮຸກ​ຮານ, ນີ້​ເຮັດ​ໃຫ້​ປະ​ເທດ​ຕ່າງໆ ​ເຊັ່ນ,ມະ​ເລ​ເຊຍ​ເປັນ​ຕົ້ນ​ຮູ້ສຶກອຸ່ນ​ອຽນໃຈ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ