ຄະນະ​ກຳມະການ​ສິດທິ​ມະນຸດ​ຂອງ​ໄທ​ສະ​ເໜີ​ໃຫ້ລັດຖະບານຈັດການ​ເຈລະຈາ​ສັນຕິພາບ​ກັບ​ຜູ້​ປະ​ທ້ວງ

(GMT+08:00) 2010-05-01 18:49:28     cri

ຕາມ​ຂ່າວ​CRI: ວັນ​ທີ 1 ພຶດສະພາ​ນີ້, ຄະນະ​ກຳມະການ​ສິດທິ​ມະນຸດ​ຂອງ​ໄທ​ໄດ້ວາງ​ຂໍ້​ສະ​ເໜີ,ຫວັງ​ໃຫ້​ລັດຖະບານຈັດການ​ເຈລະຈາ​ສັນຕິພາບ​ກັບ​ຜູ້ນຳ"​ກຸ່​ມ​ເສື້ອ​ແດງ"​ເພື່ອ​ສິ້ນ​ສຸດ​ວິ​ກິດ​ການ​ທາງ​ການ​ເມືອງ​ໃນ​ປະຈຸບັນ.

ສື່​ມວນ​ຊົນ​ໄທ​ລາຍ​ງານ​ວ່າ, ກ່ຽວ​ກັບ​ສະຖານະ​ການ​ການ​ເມືອງ​ໃນ​ປະຈຸບັນ,ຄະນະ​ກຳມະການ​ສິດທິ​ມະນຸດ​ຂອງ​​ໄທ​ໄດ້​ປຶກສາ​ຫາລື​ກັບ​ອາ​ດີດ​ນາຍົກລັດຖະມົນຕີ 4 ທ່ານ ຄື,ທ່ານ​ຊວນ ຫຼີກ​ໄພ, ທ່ານ​ບັນຫານ ສິນ​ປະ​ອາຊາ, ທ່ານ​ຊະວະລິດ ຢົງ​ໃຈ​ຍຸດ ​ແລະ ທ່ານ​ສົມ​ຊາຍ ວົງ​ສະຫວັດ ພ້ອມ​ທັງ​ຜູ້ນຳ​ວົງ​ການ​ສາດ​ສະໜາ​ 3 ທ່ານ. ຄະນະ​ກຳມະ​ການ​ສິດທິ​ມະນຸດ​ໄດ້​ວາງ​ຂໍ້​ສະ​ເໜີ​ດັ່ງ​ນີ້: ທຸກ​ຝ່າຍຕ້ອງຢຸດ​ເຊົາ​​ໃຊ້​ກຳລັງ​ຮຸນ​ແຮງ, ທຸກ​ຝ່າຍຕ້ອງ​ຢຸດ​​ເຊົາ​ຂົ່ມ​ຂູ່ບັງຄັບ​ຜູ້​ອື່ນ ​ແລະ ​ໃຊ້​ສິດທິ​ມະນຸດຊະຊາຍ, ລັດຖະບານ ກັບ ກຸ່ມ​​ເສື້ອ​ແດງ​ຈັດການ​ເຈລະຈາ​​ພາຍ​ໃນ​ຢ່າງ​ຈິງ​ໃຈ, ​ແຜນການຫຼັງ​ຈາກ​ການ​ເຈລະຈາ​ຕ້ອງ​ເປີດ​ເຜີຍ​ໃຫ້​ມວນ​ຊົນ​ຮູ້, ​ແລະ​​ຍົກ​ສູງ​ລະດັບເຂົ້າ​ຮ່ວມ​​ການແກ້​ໄຂບັນຫາ​​ການ​ເມືອງ​​ເປັນ​ເວລາ​ຍາວ​ນານ​ຂອງ​ມວນ​ຊົນ, ມະຫາຊົນ​ໃນ​ສັງຄົມ​ຄວນ​ກ່າວ​ປະນາມຜູ້​ປະຕິ​ເສດ​ບໍ່​ຮັບ​ເອົາ​ການ​ເຈລະຈາ​ສັນຕິພາບ ​ແລະ ມີ​ເຈດ​ຕະນາ​ຮ້າຍ​ຕໍ່​ຊາດ, ລັດຖະບານຕ້ອງ​ຮັບ​ຟັງ​ຄຳຮ​ຽກຮ້ອງ​ຕໍ່​ຍຸດຕິ​ທຳ ​ແລະ ສະ​ເໝີ​ພາບ​ຂອງ​ມວນ​ຊົນ.

ຄະນະ​ກຳມະການ​ສິດທິ​ມະນຸດຂອງ​ໄທ​ກ່າວ​ວ່າ, ຫວັງ​ໃຫ້​ຝ່າຍ​ທີ່​ກ່ຽວຂ້ອງ​ຮັບ​ເອົາ​ການ​ເຈລະຈາ​ສັນຕິພາບ​ເພື່ອ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ