ສື່​ມວນ​ຊົນ​ອາຊີ​ອາຄະ​ເນ​ເອົາ​ໃຈ​ໃສ່​ນຳ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ

(GMT+08:00) 2010-05-02 16:23:28     cri

ຕາມ​ຂ່າວCRI: ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 30 ​ເມສາ​ແລ້ວ​ນີ້,ສື່​ມວນ​ຊົນ​ສຳຄັນ​ຂອງປະ​ເທດ​ອາຊີ​ອາຄະ​​ເນ​ເອົາ​ໃຈ​ໃສ່​ນຳເລື່ອງ​ນີ້ໃນ​ລະດັບ​ສູງ, ​ໄດ້​ລາຍ​ງານຂ່າວ​ຫຼວງ​ຫຼາຍ.

ໜັງສືພິມ​ລຽນ​ເຮີ​ຈາວ​ປ້າວຂອງ​ສິງກະ​ໂປ​ໄດ້​ຈັດ​ໜ້າ​ພິ​ເສດ ​ແລະ ຄໍ​ລຳ​ພິ​ເສດ​ລາຍ​ງານ​ງານ​ວາງສະ​ແດງ​ໂລກ​​ຊຽງ​ໄຮ​ຈາກ​ດ້ານ​ຕ່າງໆ. ວັນ​ທີ 1 ພຶດສະພາ​ນີ້, ໜັງສືພິມ​ລຽນ​ເຮີ​ຈາວ​ປ້າວໄດ້​ລົງພິມບົດ​ນຳ​ທີ່​ພາດ​ຫົວ​ເລື່ອ​ງວ່າ"ງານ​ວາງສະ​ແດງ​ໂລກສ້າງ​ເວທີ​ສາກົນ​​ໃຫ້​ຊຽງ​ໄຮ". ບົດ​ນຳ​ເຫັນ​ວ່າ, ງານ​ວາງສະ​ແດງ​ໂລກ​ບໍ່ພຽງ​ແຕ່​ແມ່ນ​ໂຄງການສ້າງ​​ໃບ​ໜ້າຂອງ​ນະຄອນ​ຊຽງ​ໄຮ​ເທົ່າ​ນັ້ນ,ຍັງ​ມີ​ຜົນ​ດີ​ຕໍ່​ການຍົກ​ສູງລະດັບ​ພື້ນຖານ​ໂຄງລ່າງ,​ລະດັບ​ການ​ຄຸ້ມ​ຄອງ ​ແລະ ຄຸນ​ນະ​ທາດ​ປະຊາຊົນ​ຂອງ​ນະຄອນ​ຊຽງ​ໄຮ.

ວັນ​ທີ 1 ພຶດສະພາ​ນີ້, ໜັງສືພິມ​ສະ​ເຊ​ດ​ແທມສ໌ຂອງ​ສິງກະ​ໂປ​ໄດ້​ລາຍ​ງານຂ່າວທີ່​ກ່ຽວຂ້ອງ​ຂອງ​ງານ​ວາງສະ​ແດງ​ໂລກ​ໃນ​ມື້​ທຳ​ອິດ. ບົດ​ຄວາມ​ຂຽນ​ວ່າ,ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮທີ່​ເປັນ​ເວລາ 6 ​ເດືອນ​ແມ່ນ​ເວ​ທີ​ສະ​ແດງ​ກຳລັງ​ເສດຖະກິດ​ຂອງ​ຈີນ​ທີ່​ນັບ​ມື້​ນັບ​ແຂງ​​ແຮງ​ຂຶ້ນ. ​ເຖິງ​ວ່າ​ໃນ​ມື້​ທຳອິດ, ຢູ່​ໜ້າ​ປະຕູ​ຫໍ​ວາງສະ​ແດງ​ຕ່າງໆ​ກໍ່​ມີ​ນັກ​ທ່ອງ​ທ່ຽວ​ຫຼາຍໆ​ຄົນ​ລຽນ​ແຖວລໍຖ້າ​ຢ່າງ​ຍາວ​ຢຽດ,​ແຕ່ຄວາມ​ກະຕືລື​ລົ້ນຂອງ​ຄົນ​ທັງຫຼາຍ​ບໍ່​ໄດ້​ຫຼຸດ​ລົງ​ຈັກ​ເມັດ​.

ວັນ​ທີ 30 ​ເມສາ​ແລ້ວ​ນີ້, ໜັງສືພິມມະ​ເລ​ເຊຍ​ໂປ​ສ໌ ​​​ໄດ້​ພິມບົດ​ຄວາມ​ຂຽນ​ວ່າ,ທົ່ວນະຄອນຊຽງ​ໄຮ​ໄດ້ມີ​ການປ່ຽນ​​ແປງ​ໃໝ່ໝົດ, ສິ່ງ​ກໍ່ສ້າງຄົມມະນາຄົມ​ຕ່າງໆ ​ເຊັ່ນ,ລົດ​​ໄຟໃຕ້​ດິນ ​ແລະ ສະໜາມ​ບິນ​​ເປັນຕົ້ນ​​ໄດ້ດຳ​ເນີນ​ງານ​ຢ່າງ​ມີ​ລະບຽບ, ນີ້ສະ​ແດງ​ໃຫ້​ເຫັນ​ປະ​ເທດ​ຈີນ​ທີ່​ທັນ​ສະ​ໄໝ ​ແລະ ອຸດົມ​ຮັ່ງມີ​ຢ່າງ​ເຕັມ​ທີ່. ງານ​ວາງສະ​ແດງ​ໂລກ​ກໍ່​ສະ​ແດງ​​ໃຫ້​ເຫັນ​ຖານະ​ສາກົນ​ທີ່​ນັບ​ມື້​ນັບ​ສູງ​ຂຶ້ນ​ຂອງ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ