ກຸ່ມຕໍ່​ຕ້ານ​ລັດຖະ​ບານຟີ​ລິບ​ປິນ​ເພີ່ມ​ການ​ໂຈມ​ຕີ

(GMT+08:00) 2010-05-05 17:25:18     cri
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 10 ພຶດສະພາ​ນີ້,ຟີ​ລິບ​ປິນຈະ​ຈັດການ​​ເລືອກ​ຕັ້ງ​ປະທານາທິບໍ​ດີ​ແລະ​ການ​ເລືອກ​ຕັ້ງ​ອົງການ​ປົກຄອງ​ທ້ອງ​ຖິ່ນ.​ໃນ​​​ເວລາການ​ເລືອກ​ຕັ້ງ​​ໃກ້​ຈະ​ມາ​ເຖິງ​ນີ້,ກຸ່ມ​ຕໍ່ຕ້ານ​ລັດຖະບານ​ຂອງ​ຟີ​ລິບ​ປິນກໍ່​​ໄດ້​ເພີ່ມ​ການ​ໂຈມ​ຕີຕໍ່ກອງທັບ​ແລະ​ກອງ​ຕຳຫຼວດຂອງ​ລັດຖະບານ.

ຕອນ​ຮຸ່ງ​​ເຊົ້າ​ວັນ​ທີ 5 ພຶດສະພາ​ນີ້,ສະມາຊິກ"ກອງທັບ​ປະຊາຊົນ​ໃໝ່"ທີ່​ເປັນ​ກຸ່ມ​ຕໍ່ຕ້ານ​ລັດຖະບານປະມານ 200 ຄົນ​ໄດ້​ຍຶດທາງ​ຫຼວງ​ຕອນ​ໜຶ່ງ​ຢູ່​ຕາ​ແສງມອນ​ກາ​​ໂຢ​ແຂວງ​ຮ່ອມ​ພູຄອມ​ພົສ​ເຕລາ​ເກາະ​ມິນດາ​ນາວ​ເປັນ​ໄລ​ຍະ​ໜຶ່ງ,​ໄດ້​ວາງສິ່ງ​ກີດຂວາງຢູ່​ຕາມ​ທາງ,ກວດກາ​ລົດ​ທີ່​ຜ່ານ​ໄປມາ,​ແລະ​ໄດ້​ຈັບທະຫານ​ແລະ​ຕຳຫຼວດ 4 ຄົນ.ນອກ​ນີ້,ວັນ​ທີ 4 ພຶດສະພາ​ນີ້,ຢູ່​ແຂວງ​ຊູຣີກາວ ​ເດ ​ເຊີເກາະ​ມິນ​ດາ​ນາວ,ມີທະຫານລັດຖະບານ​ຄົນ​ໜຶ່ງ​ພ້ອມ​ດ້ວຍ​ເມຍຖືກ​ກຸ່ມ​ຕ້ານ​ລັດຖະບານ​ຍິງ​ເສຍ​ຊີວິດ.

ວັນ​ທີ 4 ພຶດສະພາ​ນີ້,ຢູ່​ແຂວງ​ກາ​ຕັນ​ດົວ​​ເນັສ ພາກ​ຕາ​ເວັນ​ອອກ​ຟີ​ລິບ​ປິນ,ຕຳຫຼວດກອງ​ໜຶ່ງ​ທີ່​ຂົນ​ສົ່ງ​ເຄື່ອງ​ກວດ​ບັດ​ເລືອກ​ຕັ້ງ​ດ້ວຍ​ແສງ​ໄດ້​ຖືກກຸ່ມ"ກອງທັບ​ປະຊາຊົນ​ໃໝ່"​ໂຈມ​ຕີ,ມີຕຳຫຼວດ​ 7 ຄົນ​ໄດ້​ຮັບ​ບາດ​ເຈັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ