ມຽນມາ​ກຽມ​ຈະ​ເລີ່​ມ​ເຮັດ​ວິຊາກັບ​ດ່ານ​ຢູ່ສະ​ໜາມ​ບິນ​ສາກົນ

(GMT+08:00) 2010-05-05 17:38:05     cri
ຕາມ​ຂ່າວCRI:ວັນ​ທີ 4 ພຶດສະພາ​ນີ້,ທ່ານດິງທົງ​ອອງ,​ເລຂາສະຫະພັນ​ນັກທຸລະກິດ​ການທ່ອງທ່ຽວ​ມຽນມາ​ກ່າວ​ວ່າ,ອີກ​ບໍ່​ດົນ,ລັດຖະບານ​ມຽນມາ​ຈະ​ເລີ່​ມ​ໃຫ້ການ​ບໍລິການ​ເຮັດ​ວິຊາກັບ​ດ່ານ​ແກ່ຄົນ​ຕ່າງປະ​ເທດຢູ່​ສະໜາມ​ບິນ​ສາກົນທີ່​ສຳຄັນ​ສອງ​ແຫ່ງ,​ໃນ​ຂ້າງໜ້າ​ນີ້,ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຂົ້າມາ​ທ່ຽວ​ຢູ່​ມຽນມາ​ຈະ​ສະດວກ​ກວ່າ​ເກົ່າ.

ທ່ານ​ດິງທົງ​ອອງກ່າວ​ວ່າ,ສະໜາມ​ບິນ​ສາກົນ​ທີ່​ເລີ່​ມໃຫ້ການ​ບໍລິການ​ເຮັດ​ວິຊາກັບ​ດ່ານມີ​ສອງ​ແຫ່ງ,​ແຫ່ງ​ໜຶ່ງ​ຢູ່ຢາງ​ກຸ້ງ,ນະຄອນ​ໃຫຍ່​ທີ່​ສຸດ​ຂອງ​ມຽນມາ,ອີກ​ແຫ່ງ​ໜຶ່ງ​ຢູ່​ມັນ​​ດາເລ,​ເມືອງ​ວັດທະນະທຳ​ບູຮານ​ທີ່​ມີ​ຊື່​ສຽງ​ຂອງ​ມຽນມາ.ຂ່າວ​ແຈ້ງວ່າ,ຄ່າ​ວິຊາກັບ​ດ່ານ​ຢູ່​ສະໜາ​ມບິນ​ມຽນມາ​ແມ່ນ 30 ​ໂດ​ລາ,​​ເຊັນ​ວິຊາ​ເທື່ອ​ໜຶ່ງ​ຈະ​ຢູ່​ມຽນມາ​ໄດ້ 28 ວັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ