ສື່ມວນຊົນຂອງລາວສົນໃຈນຳໂຄງການທາງລົດໄຟຈີນລາວ
(GMT+08:00) 2010-05-06 16:55:41 cri
ຕາມຂ່າວCRI:ຫວ່າງມໍ່ໆມານີ້,ໜັງສືພິມ《ວຽງຈັນໄທມສ໌》ຂອງລາວແຈ້ງຂ່າວວ່າ,ຕາມເຈົ້າໜ້າທີ່ກະຊວງໂຍທາທິການແລະຂົນສົ່ງຂອງລາວເປີດເຜີຍວ່າ,ຈີນເຫັນດີຊ່ວຍລາວສ້າງທາງລົດໄຟລະດັບຊາດສາຍໜຶ່ງ,ເພື່ອເຮັດໃຫ້ລາວທີ່ເປັນປະເທດບໍ່ມີທາງອອກສູ່ທະເລກາຍເປັນປະເທດທາງຜ່ານຂອງພາກພື້ນ.
ຜູ້ຮັບຜິດຊອບຂອງອົງການລົດໄຟລາວກ່າວວ່າ,ວັນທີ 7 ເມສານີ້,ຈີນລາວໄດ້ເຊັນສັນຍາກ່ຽວກັບການຮ່ວມມືສ້າງທາງລົດໄຟສາຍນີ້ຈາກຊາຍແດນຈີນຜ່ານວຽງຈັນໄປຫາທ່າແຂກ,ທຶນໃຊ້ໃນໂຄງການແມ່ນມາຈາກເງິນກູ້ຢືມໄລຍະຍາວຂອງລັດຖະບານຈີນ,ງົບປະມານເບື້ອງຕົ້ນມີປະມານ 400 ລ້ານໂດລາ.ເຈົ້າໜ້າທີ່ຜູ້ນີ້ຍັງກ່າວວ່າ,ໜ່ວຍງານທາງລົດໄຟຈີນໄດ້ເດີນທາງໄປຮອດລາວແລ້ວ,ແລະໄດ້ເລີ່ມສຶກສາຄວາມເປັນໄປໄດ້ຂອງໂຄງການດັ່ງກ່າວ.ລັດຖະບານລາວຄາດວ່າ,ໂຄງການດັ່ງກ່າວຈະສຳເລັດພາຍໃນ 5 ປີຕໍ່ໜ້ານີ້,ເມື່ອຮອດເວລານັ້ນ,ຈະກາຍເປັນຕາໜ່າງທາງລົດໄຟທີ່ຕິດຕໍ່ນະຄອນຄຸ່ນມີງກັບສິງກະໂປ,ຈະສ້າງຜົນປະໂຫຍດຕົວຈິງໃຫ້ແກ່ລາວກໍ່ຄືປະເທດອື່ນໆຂອງອາຊີ.ລາວຈະຈັດໂຄງການດັ່ງກ່າວເຂົ້າໃນແຜນການພັດທະນາເສດຖະກິດສັງຄົມໃນອີກ 5 ປີຕໍ່ໜ້ານີ້.