ບຼູ​ໄນ​ຈະ​ຈັດ​ກິດຈະກຳ​ວັນ​ຫໍ​ວາງສະ​ແດງ​ບຼູ​ໄນ​ຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ໃນ​ວັນ​ທີ 8 ພຶດສະພາ

(GMT+08:00) 2010-05-06 17:04:23     cri

ຕາມ​ຂ່າວCRI: ສື່​ມວນ​ຊົນ​ບຼູ​ໄນ​ລາຍ​ງານ​ວ່າ, ສົມ​ເດັດ​ມູຮາ​ເມັດ ​ໂປ​ເກ​ຍ ລັດ​ຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າ​ບຼູ​ໄນ​ຈະ​​ເປັນ​ປະທານຈັດກິດຈະກຳ​ວັນ​ຫໍ​ວາງສະ​ແດງ​ບຼູ​ໄນ​ຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ໃນ​ວັນ​ທີ 8 ພຶດສະພານີ້.

ຫໍ​ວາງສະ​ແດງ​ບຼູ​ໄນ​ເທື່ອ​ນີ້​ຈະ​​ສະ​ແດງທັດ​ສະ​ນະ​​ເອົາ​ໃຈ​ໃສ່​ນຳ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ລັດຖະບານສຸມ​ກຳລັງ​ເຂົ້າ​ໃນການພັດທະນາຄວາມ​ກ້າວໜ້າ​ຂອງ​ອຸດສາຫະກຳ ​ແລະ ອະນຸລັກທຳ​ມະ​ຊາດ​​ໄປ​ຄຽງ​ຄູ່ກັນ, ຖື"ການ​ກ້າວ​ສູ່​ອະນາຄົດ"​ເປັນ​ຫົວ​ຂໍ້,ສອດຄ່ອງ​ກັບ​ຫົວ​ຂໍ້​ຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ເທື່ອ​ນີ້. ​ໃນ​ພິທີ​ຕ້ອນຮັບຍັງ​ຈະ​ມີ​ການສະ​ແດງ​ສິນລະ​ປະວັດ​ທະນະ​ທຳ​ພື້ນ​ເມືອງ​ຂອງ​ບຼູ​ໄນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ