ໂຄງການຮ່ວມ​ມືເຂົ້າພັນ​​​ປະສົມ​ລະຫວ່າງ​ບຼູ​ໄນ ກັບ ​ເຂດ​ກວາງຊີ​ເລິ່ມປະຕິບັດ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2010-05-06 17:19:55     cri

ຕາມ​ຂ່າວCRI: ວັນ​ທີ 4 ພຶດສະພາ​ນີ້, ໂຄງການຮ່ວມ​ມືຄົ້ນຄວ້າເຂົ້າ​​ພັນປະສົມ​ ​ລະຫວ່າງອົງການ​ປົກຄອງ​ເມືອງ​ອີ້​ລີ​ນ​ເຂດ​ກວາງຊີ​ຈີນ ກັບ ກົມ​ກະສິກຳ​ບຼູ​ໄນ​ເລິ່ມປະຕິບັດ​ຢ່າງ​ເປັນ​ທາງ​ການ.

ໂຄງການ​ນີ້​​ແມ່ນ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ ກັບ ອົງການ​ປົກຄອງ, ອົງການ​ປົກຄອງ​ອີ້​ລີ​ນ​ເຂດ​ກວາງຊີ​ສົ່ງນັກວິຊາການ 16 ຄົນ, ​ແລະສະໜອງ​ແນວ​ພັນ​ເຂົ້າ​ປະສົມ​ ​​ພ້ອມ​ທັງ​ເຕັກນິກ ​ແລະ ອຸປະກອນ, ກົມກະສິກຳ​ບຼູ​ໄນ​ສະໜອງ​ທີ່​ດິນ ​ແລະ ສິ່ງ​ອຳນວຍ​ຄວາ​ມສະດວກ, ​ແລະຮັບຜິດຊອບຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ຂອງ​ນັກວິຊາ​ກອນ​ຈີນ. ​ໃນ 6 ​ເດືອນ​ຕໍ່ໜ້າ, ໜ່ວຍ​ນັກວິຊາການຈະທົດ​ລອງ​ປູກຝັງ​ຫຼາຍ​​ແນວພັນ​ພາຍ​ໃຕ້​ເງື່ອນ​ໄຂ​ຕ່າງ​ກັນ. ຫຼັງ​ຈາກ​ການ​ທົດ​ລອງ, ລັດຖະບານ​ບຼູ​ໄນ​ຈະ​ເລືອກ​ເອົາ​​ແນວ​ພັນ​ຄຸນ​ນະພາ​ບດີ 1-2 ຊະນິດ​​ເພື່ອດຳ​ເນີນ​ການ​ປູກຝັງ​ຂະໜາດ​ໃຫຍ່, ລັດຖະບານ​ບຼູ​ໄນ​ຈະຊື້​ເຂົ້າທີ່​ປູກນັ້ນ​ທັງ​ໝົດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ