ປະທານ​ປະ​ເທດລາວຕ້ອນຮັບທ່ານ​ລິວຢຸນຊ່ານ

(GMT+08:00) 2010-10-22 11:26:14     cri

ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ບ່າຍວັນ​ທີ21​ຕຸລາ​ນີ້ຢູ່​ທີ່​ນະຄອນຫລວງ​ວຽງ​ຈັນ, ທ່ານ​ຈູມ​ມະ​ລີ​ໄຊ​ຍະ​ສອນ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ​ລາວ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄໍ່ານັບຂອງ​ທ່ານ​ລິວ​ຢຸນຊ່ານ, ກຳມະການ​ກົມ​ການ​ເມືອງ, ​ເລຂາຄະນະ​ເລຂາ​ສູນກາງ​ພັກ​, ຫົວຫນ້າ​ຄະນະ​ໂຄສະນາ​ສູ​ນກາງ​ພັກກອມ​ມຸຍນິດ​ຈີນ​ໃນ​ໂອກາດ​ທີ່​ທ່ານ​ລິວ​ຢຸນຊ່ານ​ຢ້ຽມຢາມ​ລາວ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສໍາ​ມະ​ນາທິດ​ສະ​ດີ​ສອງ​ພັກ​ລາວ​-ຈີນ.

ກ່ອນ​ອື່ນ, ທ່ານ​ລິວ​ຢຸນຊານ​ໄດ້ສົ່ງຄວາມ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ທ່ານ​ຫູ​ຈີນ​ທາວ,​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມຸຍນິດ​ຈີນ, ປະທານ​ປະ​ເທດ​ຈີນ​ໄປ​ຍັງ​ທ່ານຈູມ​ມະ​ລີ​ໄຊ​ຍະ​ສອນ. ທ່ານ​ລິວ​ຢຸນຊ່ານ​ກ່າວ​ວ່າ, ພັກ​ແລະ​ລັດຖະບານ​ຈີນ​ຍາມ​ໃດ​ກໍຖື​ສຳຄັນ​ຕໍ່ສາຍ​ພົວພັນ​ລາວ-ຈີນ​ໃນ​ລະດັບ​ຍຸດ​ທະ​ສາດ, ພັດທະນາ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງລາວ-ຈີນຢ່າງ​ເດັດດ່ຽວ​ຫນຽວ​ແຫນ້ນ, ສືບ​ຕໍ່​ໃຫ້ການ​ສະຫນັບສະຫນູນ​ແລະ​ຊ່ວຍ​ເຫລືອ​ແກ່​ພາລະກິດ​ປ່ຽນ​ແປງ​ໃຫມ່​ແລະການສ້າງສາ​ປະ​ເທດ​ຊາດ​ຂອງ​ລາວ​ຕາມ​ຄວາມ​ສາມາດ​ຂອງ​ຕົນ.

ທ່ານ​ຈູມ​ມະ​ລີ​ໄຊ​ຍະ​ສອນ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​ອັນ​ໃຫຍ່​ຫລວງ​ທີ່​ປະຊາຊົນ​ຈີນ​ຍາດ​ມາ​ໄດ້​ໃນ​ການ​ຮັບ​ມືກັບ​ວິ​ກິດ​ການ​ການ​ເງິນ​ສາກົນ​ແລະ​ໄພ​ທຳ​ມະ​ຊາດ​ຕ່າງໆ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມຸຍນິດ​ຈີນ, ​ແລະ​ຊົມ​ເຊີຍ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມຄົບ​ຄະນະ​ຄັ້ງ​ທີ5ຊຸດທີ17 ຂອງ​ພັກ​ກອມ​ມຸຍນິດ​ຈີນ. ທ່ານ​ກ່າວ​ວ່າ, ພັກ, ລັດຖະບານ​ແລະ​ປະຊາຊົນ​ລາວ​ຈະສືບ​ຕໍ່​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ຮອບ ດ້ານລາວ​-ຈີນ​ໃຫ້​ຂະຫຍາຍຕົວ​ໄປ​ເລື້ອຍໆ, ສົ່ງ​ເສີມ​ມິດຕະພາບ​ລາວ​-ຈີນ​ໃຫ້​ຫມັ້ນຄົງ​ຖະຫນົງ​ແກ່ນຕະຫລອດ​ໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ