黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ສົ່ງ​ໂທ​ລະ​ເລກສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ເຖິງ​ທ່ານ​​ບຸນ​ຍັງ ວໍ​ລະ​​ຈິດ ກ່ຽວ​ກັບ​​ແຂວງ​ອັດ​ຕະ​ປື​ປະ​ສົບ​ໄພ​ນ້ຳ​ຖ້ວມ

2018-07-26 14:32:04 cri

ວັນ​ທີ 25 ກໍ​ລະ​ກົດ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທ​ລະ​ເລກ​ເສົ້າ​ສະ​ຫຼົດ​ໃຈ​ເຖິງ​ທ່ານ​ບຸນ​ຍັງ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​​ບໍ​ລິ​ຫານ​ງານ​ສູນ​ກາງພັກ​​ປະ​ຊາ​ຊົນປະ​ຕິ​ບັດ​ລາວ, ປະ​ທານ​ປະ​ເທດ​ລາວ​ກ່ຽວ​ກັບແຂວງ​ອັດ​ຕະ​ປື​ຂອງ​ລາວ​ປະ​ສົບ​ໄພ​ນ້ຳ​ຖ້ວມ, ເນື້ອ​ໃນ​ໂທ​ລະ​ເລກ​ຂຽນ​ວ່າ:

ສະ​ຫາຍ​ບຸນ​ຍັງ ວໍ​ລະ​ຈິດ​ທີ່​ເຄົາ​ລົບ​ນັບ​ຖື:

​ຂະ​ພະ​ເຈົ້າ​ຮູ້​ສຶກ​ຕົກ​ໃຈ​ທີ່​ໄດ້​ຮັບ​ຊາບ​ວ່າ: ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ແຫ່ງ​ໜຶ່ງ​ຢູ່ແຂວງ​ອັດ​ຕະ​ປື​ຂອງ​ລາວແຕກ​​ແລະ​ເກີດ​ໄພ​ນ້ຳ​ຖ້ວມ​ແລະ​ດິນ​ເຈື່ອນ, ​ສົ່ງ​ຜົນເຮັດ​ໃຫ້​ປະ​ຊາ​ຊົນ​ເສຍ​ຊີ​ວິດ​ແລະ​ຊັບ​ສິນ​ຖືກ​ທຳ​ລາຍ​ຢ່າງ​ຫຼວງ​ຫຼາຍ. ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ພັກ, ລັດ​ແລະ​ປະ​ຊາ​ຊົນ​ຈີນ, ແລະ​ໃນ​ນາມ​ສ່ວນ​ຕົວ​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ຢ່າງ​ສຸດ​ຊຶ້ງ​ຕໍ່​ຜູ້​​ເສຍ​ຊີ​ວິດ, ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​​ຄອບ​ຄົວ​ຜູ້​ເສຍ​ຊີ​ວິດແລະ​ຜູ້​ບາດ​ເຈັບ.

ຈີນ​ລາວ​ແມ່ນ​​ຄູ່​ຮ່ວມ​ຊາ​ຕາ​ກຳ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ແມ່ນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ໝູ່​ເພື່ອນ​ທີ່​ດີ, ສະ​ຫາຍ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ. ປະ​ຊາ​ຊົນ​ລາວ​ປະ​ສົບ​ໄພ​ພິ​ບັດ​ແລະ​ຂາດ​ທີ່​ຢູ່​ອາ​ໄສ, ພວ​ກ​ເຮົາ​ເໝືອນ​ໄດ້​ຮັບ​ຄວາມ​ຮູ້​ສຶກ​ນັ້ນ​ຄື​ກັນ, ​ຈີນຍິນ​ດີ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທຸກ​ດ້ານ​ໂດຍ​ອີງ​ຕາມ​ຄວາມ​ຫວັງ​ແລະ​ຄວາມ​ຕ້ອງ​ການ​ຂອງ​ລາວ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ພາຍ​ໃຕ້​ການ​ນຳ​ພາ​ທີ່​ເຂັ້ມ​ແຂງ​ຂອງ​ພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ທີ່​ນຳ​ໂດຍ​ສະ​ຫາຍ, ປະ​ຊາ​ຊົນ​ລາວ​ຜູ້​ປະ​ສົບ​ໄພ​ຈະ​ສາ​ມາດ​ຜ່ານ​​ຜ່າ​ຄວາມ​ຫຍຸ້ງ​ຍາກ​​ໄດ້ຢ່າງ​ແນ່ນອນ, ແລະ​ຟື້ນ​ຟູ​ການ​ຜະ​ລິດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​​ໃຫ້​ຄືນ​ສູ່​ຄວາມເປັນ​ປົກ​ກະ​ຕິ​ໂດຍ​ໄວ.

ຂໍ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ອັນ​ສູງ​ສົ່ງ.

                                  ສີ​ຈິ້ນ​ຜິງ

                             ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

                             ປະ​ທານ​ປະ​ເທດ​ຈີນ

ຄຳ​ເຫັນ

0