徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ໃຫ້​ການ​ຊ່ວຍເຫຼືອ​ແບບ​​ມະ​ນຸດ​ສະ​ທຳ​ແກ່​ລາວໂດຍ​ດ່ວນ

2018-07-28 17:29:17 cri

ຕາມ​ຂ່າວCRI:ວັນ​ທີ 28 ກໍ​ລະ​ກົດ​ນີ້, ອົງການ​ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາ​ສາ​ກົນ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ວ່າ, ຍ້ອນ​ຢູ່​ພາກໃຕ້​ຂອງ​ລາວ​ເກີດ​​ເຫດ​ການ​ເຂື່ອນ​ໄຟ​ຟ້າ​ແຕກ​ໃນ​ຫວ່າງກ່ອນ​ນີ້​ບໍ່​ດົນ​, ລັດ​ຖະ​ບານ​ຈີນ​ຕົກ​ລົງຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ແບບ​ມະ​ນຸດ​ສະ​ທຳ​ຈຳ​ນວນໜຶ່ງ​ແກ່​ລັດ​ຖະ​ບານ​ລາວໂດຍ​ດ່ວນ.

 

ໃນ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ​ທີ່​​ອອກໃນ​ວັນ​ທີ 28 ກໍ​ລະ​ກົດ​ນີ້​, ອົງ​ການ​ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາ​ສາ​ກົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຍ້ອນ​ຢູ່​​ພາກເຂດ​ໃຕ້​ຂອງ​ລາວ​​ເກີດ​ເຫດ​ເຂື່ອນ​ໄຟ​ຟ້າ​ແຕກ​ເຊິ່ງເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບຫຼາຍ, ແລະ​​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ດ້ານ​ຊັບ​ສິນ, ເພື່ອ​ຊ່ວຍ​ລັດ​ຖະ​ບານ​ລາວກອບ​ກູ້ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ຜູ້​ຖືກ​ປະ​ສົບ​ໄພ​, ລັດ​ຖະ​ບານ​ຈີນ​ຕົກ​ລົງ​ຈະສະ​ໜອງວັດ​ຖຸ​ຊ່ວຍ​ເຫຼືອເພື່ອ​ມະ​ນຸດ​ສະ​ທຳ​ຈຳ​ນວນ​ໜຶ່ງ​ໃຫ້ແກ່​ລັດ​ຖະ​ບານ​ລາວ​ໂດຍດ່ວນ, ເຊິ່ງ​​ລ​ວມ​ທັງເຮືອ​ຕະ​ລຸມບອນ 100 ລຳ, ຕູບ​ຜ້າ​ເຕັນ 500 ຜື​ນ, ເຄື່ອງກັ່ນ​ນ້ຳ 100 ຊຸດ. ຈີນ​ຈະກຽມ​ວັດ​ຖຸ​ຊ່ວຍ​ເຫຼືອ​ໃຫ້​ພ້ອມ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້​, ແລະ​​ສົ່ງໄປ​ຮອດ​ເຂດ​ປະ​ສົບ​ໄພ, ເຮັດ​ໃຫ້​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ໄດ້​ຮັບ​ການ​ຈັດ​ວາງ​ຢ່າງ​ເໝາະ​ສົມ​ໂດຍ​ໄວ.

ຄຳ​ເຫັນ

0