徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຖະແຫຼງຂ່າວຫຼ້າສຸດຈາກຜູ້ຊີ້ນໍາວຽກງານພາກສະໝາມ ທີ່ເມືອງສະໜາມໄຊ

2018-07-28 13:21:24 cri
 
图片默认标题_fororder_%5c%5c172.100.100.3%5ctemp%5c9500020%5c1%5c9500020_1_1_f2e50961-14ed-4e5e-9984-5ac730102112.JPG

ຕອນຄໍ່າວັນທີ 27 ກໍລະກົດນີ້, ທີ່ສູນບັນເທົາທຸກເມືອງສະໜາມໄຊ ແຂວງອັດຕະປື ທ່ານນາງ ບຸນໂຮມ ພົມມະສານ ຜູ້ຊີ້ນໍາວຽກງານພາກສະໜາມ ພ້ອມດ້ວຍທ່ານ ບຸນໂຮມ ໂພທິສານ ເຈົ້າເມືອງເມືອງສະໝາມໄຊ ໄດ້ຖະແຫຼງຂ່າວກ່າວສະພາບຫຼ້າສຸດການຊ່ວຍເຫຼືອຜູ້ປະສົບນໍ້າຖ້ວມ ທີ່ເມືອງສະໝາມໄຊ ແຂວງອັດຕະປືໃຫ້ຮູ້ວ່າ: ແຕ່ທ່ຽງຄືນວັນທີ 26 ກໍລະກົດ ຈົນຮອດຕອນແລງວັນທີ 27 ກໍລະກົດນີ້ ສະຖານະການຍັງໜັກໜ່ວງ ເຖິງແມ່ນວ່າສະຖານະການນໍ້າຈະຫຼຸດລົງກໍ່ຕາມ ແຕ່ການເຂົ້າໃນພື້ນທີ່ເພື່ອຊອກກູ້ໄພ ແລະການຊ່ວຍເຫຼືອບັນເທົາທຸກຂັ້ນຕົ້ນຂອງທຸກໜ່ວຍງານ ໄດ້ສຸມກໍາລັງເຂົ້າຊ່ວຍຢ່າງເຕັມກໍາລັງຕະຫຼອດ 24 ຊົ່ວໂມງຈົນສຸດຄວາມສາມາດ ເຖິງວ່າສະພາບອາກາດມີຝົນຕົກຕະຫຼອດ ແລະຍັງສືບຕໍ່ເປັນອຸປະສັກໃຫ້ການປະຕິບັດໜ້າທີ່ຂອງໜ່ວຍກູ້ໄພ. ສ່ວນການເຄື່ອນຍ້າຍຜູ້ຄົນຍັງຕິດຄ້າງຢູ່ຈຸດຕ່າງໆ ປະຈຸບັນສາມາດເຄື່ອນຍ້າຍຜູ້ປະສົບໄພໄດ້ 72 ຄອບຄົວ, ຈໍານວນ 413 ຄົນ. ປະຊາຊົນທີ່ຖືກຍົກຍ້າຍໄປຢູ່ສູນພັກຊົ່ວຄາວຢູ່ເມືອງສະໜາມໄຊມີ 3.732 ຄົນ ແລະອີກເກືອບ 5 ພັນຄົນພັກຢູ່ເມືອງປະທຸມພອນ, ເມືອງປາກຊ່ອງ, ບ້ານຕໍາໝໍຢອດ, ບ້ານໃຫຍ່ແທ ແລະບ້ານປິນດົງ. ສ່ວນຈໍານວນຜູ້ທີ່ບໍ່ທັນພົບເຫັນມີ 1.126 ຄົນ, ໃນນັ້ນຜູ້ສູນຫາຍຕາມການຢັ້ງຢືນຂອງຄົບຄົວມີ 131 ຄົນ, ມາຮອດປະຈຸບັນພົບສົບຜູ້ເສຍຊີວິດທັງໝົດ 6 ຄົນ.

图片默认标题_fororder_%5c%5c172.100.100.3%5ctemp%5c9500020%5c1%5c9500020_1_1_8879edd2-6390-4543-b70e-cd5e94de8232.JPG

ປະຈຸບັນມີໜ່ວຍກູ້ໄພຈາກ ສປ ຈີນ 2 ຄະນະ, ກູ້ໄພນະຄອນຫຼວງ 1 ຄະນະເຂົ້າມາຊ່ວຍເຫຼືອເພີ່ມອີກ. ສ່ວນການກູ້ໄພພາກສະໝາມມີຄວາມຫຍຸ້ງຍາກ ເນື່ອງຈາກວ່າການຫຼຸດລົງຂອງນໍ້າໄວຫຼາຍພື້ນທີ່ດ່ັງກ່າວມີຂີ້ຕົມສູງປະມານ 5 ຊັງຕີແມັດຂຶ້ນໄປເຮັດໃຫ້ການເຂົ້າເຖິງພື້ນທີ່ການຊອກຄົ້ນມີຄວາມຫຍຸ້ງຍາກ, ລົດເຂົ້າບໍ່ໄດ້ ແລະຫຼາຍຈຸດເຮືອກໍ່ບໍ່ສາມາດເຂົ້າໄປໄດ້. ຄະນະດຽວກັນເຄື່ອງມືທີ່ທັນສະໄໝຈະໃຊ້ເຂົ້າໃນພາກສະໜາມຍັງມີຄວາມຈໍາກັດ, ການລໍາລຽງອາຫານ, ນໍ້າ, ເຄື່ອງນຸ່ງຫົ່ມເຂົ້າເຖິງຈຸດທີ່ປະຊາຊົນຍັງຕົກຄ້າງກໍ່ມີຄວາມຫຍຸ້ງຍາກ.

 
图片默认标题_fororder_%5c%5c172.100.100.3%5ctemp%5c9500020%5c1%5c9500020_1_1_4d8fbb4a-05ce-468c-a48c-cce4dd00db59.JPG

ການບໍລິຈາກ ແລະບັນເທົາທຸກຊ່ວຍເຫຼືອ ໄດ້ມີຫຼາຍພາກສ່ວນພາກລັດ ແລະປາຊາຊົນພາຍໃນ ແລະຕ່າງປະເທດ ແລະ ພາກສ່ວນອື່ນໆ ເຂົ້າມາຊ່ວຍເຫຼືອຢ່າງບໍ່ຂາດສາຍ. ປະຈຸບັນຍັງຕ້ອງການເຄື່ອງນຸ່ງຫົ່ມ, ເຄື່ອງບ່ອນນນອນ ແລະຢາປົວພະຍາດ.

图片默认标题_fororder_%5c%5c172.100.100.3%5ctemp%5c9500020%5c1%5c9500020_1_1_8beea56a-2dfa-4152-949e-e1784038194b (1).JPG

ຄຳ​ເຫັນ

0