吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​​ຊ່ວຍ​ເຫຼືອ​ລາວ​ທາງມະນຸດສະທຳຢ່າງ​ຮີບ​ດ່ວນ

2018-07-30 16:35:24 cri

​ອົງການ​ການ​ຮ່ວມ​ມື​ພັດທະນາ​ສາກົນ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ໃນວັນ​ທີ 28 ກໍລະກົດ​ນີ້ວ່າ: ຈີນ​ຈະ​ສະໜອງ​ການ​ຊ່ວຍ​ເຫຼືອ​ມະນຸດສະທຳ​ຮີບ​ດ່ວນ​ໃຫ້​ລາວ.

ອົງການ​ການ​ຮ່ວມ​ມື​ພັດທະນາ​ສາກົນ​ແຫ່ງ​ຊາດ​ຈີນ​ໄດ້ກ່າວ​ວ່າ: ​ເນື່ອງ​ຈາກ​ຢູ່​ເຂດ​ພາກ​ໃຕ້​ຂອງ​ລາວ​ໄດ້​ເກີດ​ອຸບັດ​ຕິ​ເຫດ​​ເຂື່​ອນ​ໄຟຟ້າ​ແຕກ​ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້, ​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ, ບາດ​ເຈັບ ​ແລະ​ມີ​ຄວາມ​ເສຍ​ຫາຍ​ທາງ​ຊັບ​ສິນ. ​ເພື່ອ​ຊ່ວຍ​ເຫຼືອຜູ້​ປະສົບ​ໄພ, ລັດຖະບານ​ຈີນ​ຈະ​ສະໜອງ​​ເຄື່ອງ​ອຸປະ​ໂພ​ກບໍລິ​ໂພ​ກຊ່ວຍ​ເຫຼືອ​ມະນຸດສະທຳ​ຢ່າງ​ຮີບ​ດ່ວນ​ໃຫ້​ລັດ​ຖຸະບານ​ລາວ ​ລວມທັງ​ເຮືອ​ໄ​ວ 100 ລຳ, ຕູບ​ຜ້າ​​ເຕັນ 500 ​ຜືນ, ​ເຄື່ອງກັ່ນ​ກອງ​ນ້ຳ 100 ​ເຄື່ອງ ​ແລະ​ອື່ນໆ.

ຈີ​ນຈະ​ກຽມ​​ເຄື່ອງ​ຂອງ​ຢ່າງ​ໄວວາ, ​ແລ້ວ​ສົ່ງ​ໄປ​ໃຫ້​ເຂດ​ປະສົບ​ໄພ ​ເພື່ອ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ​​ໄດ້​ຮັບ​ການ​ແບ່ງປັນ​ແຈກ​ຍາຍໂດຍ​​ໄວ.

ຄຳ​ເຫັນ

0