吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນ້ຳ​ຖ້ວນ​ຢູ່ລາວ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 46 ຄົນ ​ແລະ​​ຫາຍ​ສາບ​ສູນ 97 ຄົນ

2018-08-22 16:50:17 CRI

ວັນ​ທີ 22 ສິງຫາ​ນີ້, ຄະນະ​ກຳມະການ​ປ້ອງ​ກັນ​ ​ແລະ​ຄວບ​ຄຸ​ມໄພ​ພິບັດ​ແຫ່ງ​ຊາດ​ລາວ​ໄດ້​ຖະ​ແຫຼ​ງຂ່າວ​ວ່າ: ຝົນຕົກໜັກ​ໃ​ນ​ໄລຍະ 1 ​ເດືອນ​ຜ່ານ​ມາ​ນີ້​ພາ​ໃຫ້​ເກີດ​ນ້ຳ​ຖ້ວມ​ຢູ່​ລາວ ​ເຮັດ​ໃຫ້​ມີ​ຜູ້​​ເສຍ​ຊີວິດ​ຢ່າງ​ໜ້ອຍ 46 ຄົນ ​ແລະ​ມີ​ຜູ້​ຫາຍ​ສາບ​ສູນ 97 ຄົນ.

ຂ່າວ​ຍັງ​ລາຍ​ງານວ່າ: ​ເຂດ​ປະສົບ​ໄພ​ຂອງ​ລາວ​ກຳລັງ​ມີ​ຄວາມ​ຕ້ອງການ​ຜ້າ​​ເຕັນ, ນ້ຳ​ສະອາດ, ທັນ​ຍາ​ຫານ, ຢາ ​ແລະ​ວັດ​ຖຸສິ່ງ​ຂອງ​ຕ່າງໆຢ່າງ​ຮີບ​ດ່ວນ. ລັດຖະບານ​ລາວ​ກ່າວ​ວ່າ: ປັດຈຸບັນ​ນີ້, ຄວາມ​ຫຍຸ້ງ​ຍາກຕົ້ນຕໍ​ທີ່​ປະ​ເຊີນຢູ່​​ແມ່ນ​ເສັ້ນທາງ ​ແລະ​ຂົວ​ໄດ້​ຖືກ​ທຳ​ລາຍ ​ແລະ​ມີ​ດິນຕົມ​ຫຼາຍ, ​ເຮັ​ດ​ໃຫ້ການ​ສົ່ງ​ວັດ​ຖຸຊ່ວຍ​ເຫຼືອ​ຕໍ່​ເຂດ​ປະສົບ​ໄພ​ບໍ່​ສະດວກ.

ຄຳ​ເຫັນ

0