郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ຂໍ້​ລິ​ເລີ່ມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ເປັນ​ແທ່ນ​ໃໝ່​ແຫ່ງ​ການ​ຊອກ​ຄົ້ນ​ຮູບ​ແບບ​ຄຸ້ມ​ຄອງ​ທົ່ວ​ໂລກ

2018-10-03 17:46:53 CRI

   ໃນວັນ​ທີ 3 ຕຸ​ລາປີ 2013, ທ່ານ​ສີ​ຈິ້ນ​ຜີງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ຮ່ວມ​ກັນ​ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ21, ​ໃນ​ເດືອນ​ກັນ​ຍາ​ປີ​ດຽວ​ກັນ ທ່ານ​ສີ​ຈິ້ນ​ຜີງ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ຮ່ວມ​ກັນ​ສ້າງແລວ​ເສດ​ຖະ​ກິດ​ຕາມ​ເສັ້ນ​ທາງ​ສາຍ​ໄໝອີກ. ຫວ່າງ​ມໍ່ໆ​ມານີ້ ​ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ ພ້ອມ​ກັບ​ບຸກ​ຄົນ​ການ​ເມືອງ​ແລະ​ຜູ້​ຊ່ຽວ​ຊານ​ຂອງ​ຫຼາຍ​ປະ​ເທດລ້ວນ​ແຕ່​ກ່າວ​ວ່າ, ​ຂໍ້​ລິ​ເລີ່ມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ສອດ​ຄ່ອງ​ກັບ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ​ຕໍ່​ການ​ພັດ​ທະ​ນາ, ໃນ5ປີ​ຜ່ານ​ມາ,​ໄດ້​ກາຍ​ເປັນ​ແທ່ນ​ໃໝ່​ແຫ່ງ​ການຄົ້ນຄວ້າ​ຮູບ​ແບບ​ບໍ​ລິ​ຫານ​ທົ່ວ​ໂລກ.

   ທ່ານ​ກູ​ເຕ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ​ຂໍ້​ລິ​ເລີ່ມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ບໍ່​ພຽງ​ແຕ່​ກ່ຽວ​ພັນ​ເຖິງ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ທັງ​ເປັນ​ຊ່ອງ​ທາງ​ທີ່​ຜ່ານ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ປັ​ບປຸງຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂລກ, ເຮັດ​ໃຫ້​​ຂະ​ບວນ​ການໂລ​ກາ​ພິ​ວັດ​ປອດ​ໄສ​ກວ່າ​ເກົ່າ ຈິ່ງ​ໄດ້​ຊຸກ​ຍູ້​ການ​ບໍ​ລິ​ຫານ​ປະ​ເທດ ກໍ​ຄື​ທົ່ວ​ໂລກ.

   ທ່ານ​​ໄລ​ຢັກທີ່​ຫາ​ກໍ່​​ໝົດ​ວາ​ລະ​ຕຳ​ແໜ່ງ​ປະ​ທານ​ສະ​ມັດ​ຊາ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ72​ໄດ້​ກ່າວ​ວ່າ, ​ຂໍ້​ລິ​ເລີ່ມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ສອດ​ຄ່ອງ​ກັບ​ຈິດ​ໃຈ​ແລະ​ຄຸນ​ຄ່າ​ຂອງ​ລັດ​ທິ​ຫຼາຍ​ຝ່າຍ.

   ທ່ານ​ມາ​ຕີນ ຢັກ​ເຄິ​ສ ນັກ​ຄົ້ນ​ຄວ້າ​ຊັ້ນ​ສູງ​ຂອງ​ສະ​ຖາ​ບັນ​ການ​ເມືອງ​ແລະ​ການ​ພົວ​ພັນ​ສາ​ກົນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຄມ​ບ​ຣີ​ຈ​ອັງ​ກິດ​ກ່າວ​ວ່າ, ​ຂໍ້​ລິ​ເລີ່ມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ແລະ​ໂຄງ​ການ​ທີ່​ກ່ຽວ​ຂ້ອງ, ເປັນ​ຕົວ​ຢ່າງ​ທີ່​ດີ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ:​ຈີນ​ສ້າງ​ການ​ພົວ​ພັນ​ສາ​ກົນ​ໃໝ່, ຈີນ​ພວມ​ໃຊ້​ວິ​ທີ​ພິ​ເສດ​ຂອງ​ຕົນ, ພະ​ຍາ​ຍາມຊຸກ​ຍູ້ໃຫ້​ແກ້​ໄຂບັນ​ຫາ​ທີ່​ເກີດ​ຂຶ້ນ​ໃນ​ຂະ​ບວນ​ການ​ໂລ​ກາ​ພິ​ວັດ​, ການ​ບໍ​ລິ​ຫານ​ທົ່ວ​ໂລກ​ແລະ​ອື່ນໆ​ໃນ​ຂົງ​ເຂດ​ຫຼາຍ​ຝ່າຍ.

   ທ່ານ​ໂຈ​ເຊ​ ໂຣ​ບາ​ອິ​ນາ ​ຊ່ຽວ​ຊານ​ສູນ​ຄົ້ນ​ຄວ້າ​ການ​ເມືອງ​ສາ​ກົນ​ກູ​ບາ​ກ່າວ​ວ່າ, ​ຂໍ້​ລິ​ເລີ່ມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ໄດ້​ຈັດ​ເອົາ​ການ​ຮ່ວມ​ມື​ຈີນ​ແລະ​ອາ​ຟ​ຼີ​ກາ​ເຂົ້າ​ໃນຂະ​ບວນ​ການນີ້. ​ຈີນ​ໄດ້​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປະ​ເທດ​ອາ​ຟຼີ​ກາ​ດ້ວຍ​​ຄວາມ​ອະ​ນຸ​ໂລມ,ຕິດ​ແທດ​ຕົວ​ຈິງ,ເດັດດ່ຽວໜຽວ​ແໜ້ນ,ຍືນ​ຍົງ​ແລະ​ເປັນ​ລະ​ບົບ, ນີ້​ແມ່ນ​ການ​ພົວ​ພັນ​ສາ​ກົນ​ແບບ​ໃໝ່​ແລະ​ຮູບ​ການ​ບໍ​ລິ​ຫານ​ທົ່ວ​ໂລກ​ທີ່​ຕ່າງ​ກັບ​ລັດ​ທິ​ເຈົ້າ​ອຳ​ນາດ​ແລະ​ການ​ເມືອງມະ​ຫາ​ອຳ​ນາດ.

ຄຳ​ເຫັນ

0