李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຄົມ​ໂລກຕີ​ລາ​ຄາສູງ​ຕໍ່​ຄຳ​ປາ​ໄສ​ຂອງ​ທ່ານ​ປະ​ທານ​ ສີ​ຈິ້ນ​ຜິງ ທີ່​ກ່າວ​ໃນ​ພິ​ທີ​ເປີດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ

2018-11-06 16:08:11 cri

    ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ ໄດ້​ຈັດ​ຂຶ້ນ​ຢູ່​ກຳ​ແພງ​ນະ​ຄອນ​ຊຽງ​ໄຮ​ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາ, ຄຳ​ປາ​ໄສ​ຂອງ​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ທີ່​ກ່າວ​ໃນ​ພິ​ທີ​ໄຂ​ງານ ໄດ້​ຮັບ​ຄວາມ​ສົນ​ໃຈ​​ຢ່າງກວ້າງ​ຂວາງ​ແລະ​ໄດ້​ຮັບການ​ຕີ​ລາ​ຄາ​​ສູງ​ຈາກ​ປະ​ຊາ​ຄົມ​ໂລກ.

    ໜັງ​ສື​ພິມ​ດີ​ແວວ​ທ໌​ຂອງ​ເຢຍ​ລະ​ມັນ ໄດ້​ລົງ​ພິມ​ບົດ​ຄວາມ​ທີ່​ພາດ​ຫົວ​ເລື່ອງວ່າ “ປະ​ທານ​ປະ​ເທດ​ຈີນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ເປີດ​ປະ​ຕູ​ປະ​ເທດ​ຕົນຕື່ມ​ອີກ”, ໂດຍ​ລະ​ບຸ​ວ່າ, ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ, ທ່ານ​ປະ​ທານ ສີ​ຈິ້ນ​ຜິງ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ເປີດ​ປະ​ຕູ​ເສດ​ຖະ​ກິດ​ຂອງ​ຈີນ​ຕື່ມ​ອີກ, ຫຼຸດ​ຜ່ອນ​ກຳ​ແພງ​ດ້ານ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຕໍ່​ບໍ​ລິ​ສັດ​ຕ່າງ​ປະ​ເທດ ແລະ ຊຸກ​ຍູ້​ການ​ບໍ​ລິ​ໂພກ​ສິນ​ຄ້າ​ນຳ​ເຂົ້າ. ໜັງ​ສື​ພິມ​ດັ່ງ​ກ່າວ​ຕີ​ລາ​ຄາ​ວ່າ: ລັດ​ຖະ​ບານ​ຈີນ​ຫວັງ​ຢາກ​ສ້າງ​ສະ​ພາບ​ແວດ​ລ້ອມ​ເສດ​ຖະ​ກິດ​ລະ​ດັບ​ໂລກ​ໂດຍ​ຜ່ານ​ມາດ​ຕະ​ການ​ເຫຼົ່າ​ນີ້.

    ທ່ານ ​ຊາ​ເມີ ອາ​ວານ ອະ​ດີດ​ທີ່​ປຶກ​ສາ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ສະ​ຖານ​ທູດ​ປາ​ກິ​ສະ​ຖານ​ປະ​ຈຳ​ຈີນ, ຮອງ​ຫົວ​ໜ້າ​ສູນ​ຄົ້ນ​ຄວ້າ​ຈີນ​ວິ​ທະ​ຍາ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແຫ່ງ​ຊາດ​ຄົນ​ປັດ​ຈຸ​ບັນ ໄດ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ໃນ​ເວ​ລາ​ກ່າວ​ປາ​ໄສ​ໃນ​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ສິ​ນ​ຄ້າ​ນຳ​ເຂົ້າ, ທ່ານ​ປະ​ທານ ສີ​ຈິ້ນ​ຜິງ ໄດ້​ເນັ້ນ​ໜັກ​ວ່າ​ຈະ​ເປີດ​ປະ​ຕູ​ຕະຫຼາດ​ຂອງ​ຈີນ​ຕື່ມ​ອີກ, ​ຜ່ອນ​ຄາຍ​ການ​ອະ​ນຸ​ມັດ​ເຂົ້າ​ຕະຫຼາດຢ່າງ​ຕໍ່​ເນື່ອງ, ນີ້​ເປັນ​ການ​ສະ​ໜັບ​ສະ​ໜູນ​​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ຢ່າງ​ແຂງ​ແຮງ​ທີ່​ສຸດ.

    ທ່ານ ໂມ​ເຊັນ ຊາ​ເຣຍ​ຕີ​ເນຍ ຜູ້​ຊ່ວຍ​ສາ​ສະ​ດາ​ຈານ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ບັນ​ຫາ​ພາກ​ພື້ນ​ມະ​ຫາ​ວິ​ທະ​ຍາ​ໄລ​ຊາ​ຮິດ ເບ​ເຮ​ຊີ​ຕີ​ອີ​ຣານ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໃນ​ວັນ​ທີ 5 ພະ​​ຈິກ​ຜ່ານ​ມານີ້​ວ່າ: ໃນ​ເວ​ລາ​ກ່າວ​ປາ​ໄສ​ໃນ​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາ, ຄຳ​ປາ​ໄສ​ຂອງທ່ານປະ​ທານ ສີ​ຈິ້ນ​ຜິງ ກ່ຽວ​ກັບ​ເສດ​ຖະ​ກິດຈີນ​ແມ່ນ​ທະ​ເລກວ້າງ​ໃຫຍ່ນັ້ນ ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຕົນ​ເອງ. ທ່ານກ່າວ​ຕື່ມ​ວ່າ, ໃນ​ໄລ​ຍະ 40 ປີ​ຜ່ານ​ມາ, ຈີນ​ໄດ້​ເພີ່ມ​ທະ​ວີ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ບໍ່​ຢຸດຢັ້ງ, ນັບ​ມື້​ນັບ​ເປີດ​ປະ​ຕູ​ຕໍ່​ເສດ​ຖະ​ກິດ​ໂລກ, ​ນີ້​​ເປັນ​ການພິ​ສູດ​ໃຫ້​ເຫັນ​ເຖິງ​ຄວາມກວ້າງ​ໃຫຍ່​ຂອງ​ທະ​ເລ​ດັ່ງ​ກ່າວ.

ຄຳ​ເຫັນ

0