李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອງ​ນາ​ຍົກ​ໄທ​ເຫັນ​ວ່າ, ການ​ເຊື່ອມ​ຈອດ​ກັນ​ໄດ້​ກາຍ​ເປັນ​ຊ່ອງ​ທາງ​ທີ່​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ກັບ​ພາຍນອກ

2018-11-06 16:04:38 cri

    ທ່ານ ສົມ​ຄິດ ຈາ​ຕຸ​ສີ​ພິ​ທັກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ກ່າວ​ໃນ​ເວ​ລາ​ປາ​ຖະ​ກະ​ຖາ​ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຄ້າ​ແລະ​ການ​ລົງ​ທຶນ​ທີ່​ຈັດ​ຂຶ້ນໃນ​ເວ​ລາ​ດຽວ​ກັນ​ກັບ​ເວ​ທີ​ປຶກ​ສາ​ຫາ​ລື​ສາ​ກົນ​ຮົງ​ຊຽວ​ໃນ​ຕອນ​ບ່າຍ​ວັນ​ທີ 5 ພະ​ຈິກນີ້​ວ່າ: ສະ​ຖາ​ນະ​ການ​ການ​ຄ້າ​ສາ​ກົນ​ທີ່​ນັບ​ມື້​ນັບ​ປ່ຽ​ນ​ແປງ​ໃນ​ປັດ​ຈຸ​ບັນ ເຮັດ​ໃຫ້​ການ​ລົງ​ທຶນ​ສາ​ກົນ​ຜະ​ເຊີນ​​ກັບ​ປັດ​ໄຈ​ບໍ່​ແນ່ນອນ​ຢ່າງຫຼວງຫຼາຍ, ເຊິ່ງ​ອາດ​ຈະ​ເຮັດ​ໃຫ້​ຜູ້​ລົງ​ທຶນ​ເສຍ​ຄວາມ​ໝັ້ນ​ໃຈ. ​ໃນ​ເງື່ອນ​ໄຂທີ່​ເສດ​ຖະ​ກິດ​ໂລກ​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ, ຈີນ​ໄດ້​ເດັດ​ດ່ຽວ​ຊຸກ​ຍູ້​ເສດ​ຖະ​ກິດ​ໂລກ​ໃຫ້​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ, ໄດ້​ເພີ່ມ​ພະ​ລັງ​ແຮງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຢູ່​ອາ​ຊີ​ໃຫ້​ຈະ​ເລີນ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ລວມ​ທັງ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ໂຄງ​ການ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ໃນ​ເວ​ລາ​ທີ່​ທົ່ວ​ໂລກ​ຜະ​ເຊີນ​​ກັບ​ສິ່ງ​ທ້າ​ທາຍ​ຢ່າງຫຼວງຫຼາຍ, ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ກໍ​ຍິ່ງ​ສຳ​ຄັນ, ການ​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ​ພາກ​ພື້ນ ໄດ້​ກາຍ​ເປັນ​ຊ່ອງ​ທາງ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຮ່ວມ​ມື​ກັບ​ພາຍນອກ.

ຄຳ​ເຫັນ

0