吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫົວໜ້າ​ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ-ຈີນ​ກ່າວ​ວ່າ: ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນຜິ​ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະ​ໂອບ​ເອື້ອອາລີ​ຂອງ​ຈີນ

2018-11-06 16:01:38 CRI

ວັນ​ທີ 5 ພະຈິກ​ນີ້, ທ່ານ​ອັບດູ​ນ ມາ​ຈີດ ອາ​ເມັດ ຄານ ຫົວໜ້າ​ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ-ຈີນ​ກ່າວ​ຢູ່​ນະຄອນ​ຊຽງ​ໄຮ​ຈີນ​ວ່າ: ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​​ໃນ​ພິທີ​ເປີດ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​ຄັ້ງ​ທຳ​ອິດ​ນີ້​ໄດ້​ສະ​ແດງ​ເຖິງ​ຈິດ​ໃຈ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະ​ໂອບ​ເອື້ອ​ອາ​ລີ​ຂອງ​ຈີນ, ງານ​ວາງສະ​ແດງ​ຄັ້ງ​ນີ້​ເປັນ​ມາດ​ຕະການ​ທີ່​ສຳຄັນ​ຂອງ​ຈີນ​ໃນ​ການ​ສ້າງ​ກາລະ​ໂອກາດ​ໃຫ້​ໂລກ​​ເພື່ອແບ່ງປັນ​ໝາກຜົນ​ການ​ພັດທະນາຂອງ​ຈີນ.

ພາຍຫຼັງ​ຟັງ​ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ແລ້ວ, ທ່ານ​ມາ​ຈີດ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ວ່າ: 40 ປີຜ່ານມາ, ຈີນ​ໄດ້​ຮັບ​ການ​ພັດທະນາ ​ແລະມີ​ຄວາມ​ກ້າວໜ້າ​ຢ່າງ​ໃຫຍ່​ຫຼວງ. ສິ່ງ​ທີ່​ປະ​ເສີດ​ທີ່​ສຸດ​ແມ່ນ, ຈີນ​ໄດ້​ພັດທະນາ​ຕົນ​ເອງ, ຂະນະ​ດຽວ​ກັນ​​ໃນ​ຖານະເປັນ​ກຸ່ມ​ເສດຖະກິດ​ໃຫຍ່​ອັນ​ດັບ​ທີສອງ​ຂອງ​ໂລກ ​ແລະ​​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ຈີນ​ຍັງ​ໄດ້​ເຊື້ອ​ເຊີນ​ປະ​ເທດ​ອື່ນໆ​ແບ່ງປັນ​ໝາກຜົນ​ການ​ພັດທະນາຂອງ​ຕົນ, ​ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ທີ່​ໄດ້​ສະ​ເໜີ​ໂດຍທ່ານ​ສີ​ຈິ້ນ​ຜິ​ງ​​ໄດ້​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ມາ​ເລ​ເຊຍ ​ແລະ​ບັນ​ດາ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”. ​ແຕ່​ນີ້​ກໍ​ເປັນພຽງ​ຈຸດ​ເລີ່​ມຕົ້ນ​ເທົ່າ​ນັ້ນ, ​ເປົ້າ​ໝາຍ​ສຸດ​ທ້າຍ​ແມ່ນ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ມວນ​ມະນຸດ​ທີ່​ໄດ້​ລະບຸ​ໄວ້​ໃນ​ບົດ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໃນ​ຄຳ​ປາ​ໄສ​ດັ່ງກ່າ ​ເຊິ່ງ​ເປັນ​ພາລະກິດ​ທີ່ສູງ​ສົງ.

ຄຳ​ເຫັນ

0