李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ລະ​ບົບ​ພາ​ສີ​ດ່ານ​ບູ​ລິ​ມະ​ສິດ​ສັນ​ຍາ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ” ເປີດ​ບໍ​ລິ​ການ​ຢູ່​ມາ​ເລ​ເຊຍ

2018-11-06 16:06:06 cri

    ງານ​ວາງ​ສະ​ແດງ​ສິ​ນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ແຈ້ງ​ໃຫ້​ຮູ້​ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາ​ວ່າ: “ລະ​ບົບ​ພາ​ສີ​ດ່ານ​ບູ​ລິ​ມະ​ສິດ​ສັນ​ຍາ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ” ໄດ້ເປີດ​ບໍ​ລິ​ການ​ຢູ່​ເວັບ​ໄຊປະ​ຕູດຽວ​ດ້ານ​ການ​ຄ້າ​ສາ​ກົນມາ​ເລ​ເຊຍ.

    ລະ​ບົບ​ດັ່ງ​ກ່າວ ຈະ​ໃຫ້​ບໍ​ລິ​ການ​ຊອກ​ຄົ້ນ​ຂໍ້​ມູນ​ແລະ​ການ​ແກ້​ໄຂ​ກ່ຽວ​ກັບ​ພ​າ​ສີ​ດ່ານ​ບູ​ລິ​ມະ​ສິດ​ຂອງ​ສັນ​ຍາ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ການ​ຄ້າ​ກັບ​ພາຍນອກ​ຂອງ​ຈີນ​ແລະ​ມາ​ເຊ​ເຊຍ ລວມ​ທັງ​ການ​ຊອກ​ຄົ້ນ​ຂໍ້​ມູນ​ອັດ​ຕາ​ພາ​ສີ​ດ່ານ, ຊອກ​ຄົ້ນ​ກົດ​ລະ​ບຽບ​ຂອງແຫຼ່ງ​ຜະ​ລິດ, ຊອກ​ຄົ້ນ​ກົດ​ລະ​ບຽບ​ຂອງ​ພາ​ສີ​ສິນ​ຄ້າ, ຊອກ​ຄົ້ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ການກວດ​ກາ​ແລະ​ກັກ​ກັນ​ພະ​ຍາດ, ຊອກ​ຄົ້ນ​ໃບ​ຢັ້ງ​ຢືນ​ການ​ຕິດ​ຕາມກວດ​ກາ​ການ​ຄ້າ ແລະ​ອື່ນໆ, ແລ້ວ​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ປະ​ຢັດ​ຕົ້ນ​ທຶນ​ໃນ​ດ້ານ​ພາ​ສີ​ດ່ານ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ແລະ​ຂໍ້​ກຳ​ນົດ ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ສັນ​ຍາ​ການ​ຄ້າ​ເສ​ລີ.

    “ລະ​ບົບ​ພາ​ສີ​ດ່ານ​ບູ​ລິ​ມະ​ສິດ​ສັນ​ຍາ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ” ແມ່ນ​ໝາກ​ຜົນຕົວ​ຈິງ​ທີ່​​ສຳ​ຄັນແຫ່ງ​ການ​ຮ່ວມ​ມືທາງ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ, ​ທັງ​ແມ່ນ​ໂຄງ​ການ​ທົດ​ລອງ​ໂຄງ​ການ​ທຳ​ອິດ​ຂອງ​ເວັບ​ໄຊ​ດ່ານ​ເອ​ເລັກ​ໂຕ​ຣ​ນິກ​​ໂຕແບບ​​ໃນ​ອາ​ຊີ​ປາ​ຊີ​ຟິກ​ທີ່​ຖືກ​ພັດ​ທະ​ນາ​ຢູ່​ຕ່າງ​ປະ​ເທດ.

ຄຳ​ເຫັນ

0