尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຸ່ມ​ບໍ​ລິ​ສັດ​ໂຄ​ຣບ​ຂອງ​ໄທ​ກ່າວ​ວ່າ​: ໄດ້ພັດ​ທະ​ນາ​ທຸ​ລະ​ກິດ​ໄປ​ພ້ອມ​ກັບ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ

2018-11-07 17:16:18 cri

ຕາມ​ຂ່າວCRI: ວັນ​ທີ 6 ພະ​ຈິກ​ນີ້, ທ່ານ ຄຸນ​ຊ​ຣີ ທອງຢ້ອຍ ຜູ້​ບໍ​ລິ​ຫານ​ສູງ​ສຸດຂອງ​ກຸ່ມ​ທຸ​ລະ​ກິດ​ພຶດ​ປະ​ສົມ​ບໍ​ລິ​ສັດ CP ຂອງ​ໄທ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ກ່າວ​ໃນ​ຂະ​ນະ​ທີ່​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ວ່າ​: ໃນ 40 ປີ​ຜ່ານ​ມາ, ບໍ​ລິ​ສັດ CP ແລະ​ຈີນ​ໄດ້​ຮ່ວມ​ກັນດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ໄດ້​ເຕີບ​ໃຫຍ່​ແລະ​ຂະ​ຫຍາຍ​ຕົວ​ຢ່າງແຂງ​ແຮງ​,ຕົນ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ສ່ວນ​ຕໍ່​ການ​ພັດ​ທະ​ນາ​ຂອງ​ຈີນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.
 

ທ່ານ ຄຸນ​ຊ​ຣີ ທອງຢ້ອຍ ກ່າວ​ວ່າ: ໃນ​ຖາ​ນະ​ເປັນ​ກຸ່ມ​ບໍ​ລິ​ສັດ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ມາ​ລົງ​ທຶນ​ຢູ່​ຈີນ​ແຫ່ງ​ທຳ​ອິດ​ຫຼັງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ,ບໍ​ລິ​ສັດ​ຕົນ​ໄດ້​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ສ່ວນ​ຕໍ່​ຈີ​ນ​ກໍ​ຄື​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ມາ​ໂດຍ​ຕະ​ຫຼອດ.ກຸ່ມ​ບໍ​ລິ​ສັດ​ຕົນ​ສະ​ເໜີ​ຊື່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ທັນ​ທີ,ໄດ້​ນຳ​ເອົາ​ຜະ​ລິດ​ຕະ​ພັນ 400 ກວ່າ​ຊະ​ນິດ​ຈາກ​ໄທ​ແລະ​ບໍ​ລິ​ສັດ​ສາ​ຂາ​ຢູ່​ຕ່າງ​ປະ​ເທດ​ເຂົ້າ​ມາ​ວາງ​ສະ​ແດງ,ໄດ້​ເຂົ້າ​ຮ່ວມຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​” ດ້ວຍ​ການ​ກະ​ທຳ​ຕົວ​ຈິງ,ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າ​ຕໍ່​ເສດ​ຖະ​ກິດ​​ໂລ​ກາ​ພິ​ວັດ​ແລະ​ການ​ຄ້າ​ເສ​ລີ.

ຄຳ​ເຫັນ

0