吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມີ​ບໍລິສັດຟິລິບ​ປິນ 57 ​ແຫ່ງ​ເຂົ້າ​ຮ່ວມງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ

2018-11-08 16:39:03 CRI

ກະຊວງ​ການ​ຄ້າ ​ແລະ​ອຸດສາຫະກຳ​ຟິລິບ​ປິນ​ໄດ້​ເປີດ​ເຜີຍວ່າ: ຟິລິບ​ປິນ​ໄດ້​ສ້າງ​ຮ້ານ​​ເອກະລັກ​ຂອງຊາດ ​ແລະ​ຮ້ານວາງສະ​ແດງ​ວິ​ສາ​ຫະກິດໃນ​ງານ​ວາງ​ສະ​ແດງ​ສິນຄ້າ​ນຳ​ເຂົ້າສາກົນ​ຈີນ​ຄັ້ງ​ທຳ​ອິດ. ​ໃນ​ນັ້ນ, ຮ້ານ​ເອກະລັກ​ຂອງ​ຊາດ​ຟິລິບ​ປິນມີ​ເນື້ອ​ທີ່ 136 ຕາ​ແມັດ ​ເພື່ອ​ສະ​ແດງພາບ​ພົດ​ຂອງ​ຟິລິບ​ປິນ; ​ໃນ​ຮ້ານວາງສະ​ແດງ​ວິ​ສາ​ຫະກິດ​ຟິລິບ​ປິນມີ​ບໍລິສັດ 57 ​ແຫ່ງ​​ເຂົ້າ​ຮ່ວມ ​ແລະ​​ໄດ້ສ້າງ​ຫ້ອງວາງ​ສະ​ແດງສະ​ເພາະ, ລວມທັງ​ວິ​ສາ​ຫະກິດ​ການ​ຄ້າ ​ແລະ​ບໍລິການ 36 ​ແຫ່ງ ​ແລະ​ອື່ນໆ.

ບໍລິສັດ​ຟິລິບ​ປິນຍັງ​ສະ​ແດງສິນ​ຄ້າ​ໃນ້​ເຂດ​ວາງສະ​ແດງ​ດ້ານວິຊາ​ການ 2 ​ເຂດ​ໃນ​ງານ​ວາງສະ​ແດງ​ຄັ້ງ​ນີ້, ລວມທັງ​ບໍລິສັດ​ອາຫານ 28 ​ແຫ່ງ, ບໍລິສັດ​​ເຄື່ອງນຸ່ງ​ຫົ່ມ, ​ເຄື່ອງ​ອາ​ໄຫຼ່ ​ແລະ​ສິນຄ້າ​ບໍລິ​ໂພ​ກ 5 ​ແຫ່ງ, ບໍລິສັດ​ທ່ອງທ່ຽວ ​ແລະ​ບໍລິການ 3 ​ແຫ່ງ ​ແລະ​ອື່ນໆ.

ຄຳ​ເຫັນ

0