ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 6 ພະຈິກນີ້, ທ່ານ ອອງຕູ ຮອງລັດຖະມົນຕີກະຊວງການຄ້າມຽນມາທີ່ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທຳອິດໄດ້ກ່າວໃນຂະນະທີ່ໃຫ້ສຳພາດຕໍ່ນັກຂ່າວ CRI ວ່າ: ງານວາງສະແດງຄັ້ງນີ້ແມ່ນງານມະໂຫລານທີ່ມີຄວາມໝາຍທາງປະຫວັດສາດຄັ້ງໜຶ່ງ,ສາມາດເຮັດໃຫ້ໂລກຮັບຮູ້ທັດສະນະພັດທະນາແບບຮ່ວມມືແລະຊົມໃຊ້ຮ່ວມກັນຂອງຈີນ.
ໃນພິທີໄຂງານ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສທີ່ສຳຄັນໂດຍເນັ້ນໜັກເຖິງຄຳສັບສຳຄັນຕ່າງໆຫຼາຍຄັ້ງເຊັ່ນ: “ກວມລວມ”“ການເປີດປະຕູສູ່ພາຍນອກ”ແລະ“ການຮ່ວມມື”ເປັນຕົ້ນ,ທ່ານ ອອງຕູ ໄດ້ມີຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ເລື່ອງນີ້. ທ່ານກ່າວວ່າ: ໃນເມື່ອກ່ອນ,ຈີນໄດ້ເນັ້ນຄວາມສຳຄັນຂອງການສົ່ງອອກໃນຂົງເຂດການຄ້າສາກົນ, ປັດຈຸບັນ, ຜ່ານການຈັດງານວາງສະແດງຄັ້ງນີ້,ພວກຂ້າພະເຈົ້າໄດ້ເຫັນທັດສະນະຂອງຈີນທີ່ມີການຮ່ວມມືແລະຊົມໃຊ້ອະນາຄົດຮ່ວມກັນ,ຖືສຳຄັນການພັດທະນາທາງດ້ານການສົ່ງອອກແລະນຳເຂົ້າ.
ທ່ານ ອອງຕູ ເຫັນວ່າ: ການເຂົ້າຮ່ວມງານຄັ້ງນີ້ຈະເຮັດໃຫ້ມຽນມາສາມາດໄດ້ຮັບກາລະໂອກາດດ້ານການຄ້າສົ່ງອອກຫຼາຍກວ່າເກົ່າ. ຈີນກຳລັງໃຫ້ການສະໜັບສະໜູນແລະການຊ່ວຍເຫຼືອແກ່ປະເທດພວມພັດທະນາອື່ນໆ,ໃນນັ້ນ ຊ່ອງທາງການຊ່ວຍເຫຼືອອັນໜຶ່ງກໍ່ແມ່ນເປີດກວ້າງການເປີດປະຕູສູ່ພາຍນອກ,ເຮັດໃຫ້ປະເທດພວມພັດທະນາສາມາດເຂົ້າເຖິງຕະຫຼາດຈີນໄດ້ຫຼາຍກວ່າເກົ່າ.
ຄຳເຫັນ
0