赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ດີ 3 ດ້ານ ເພື່ອ​ໃຫ້​ທົ່ວ​ໂລກ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເປັນ​ເວ​ລາ​ຍາວ​ນານ

2018-11-11 17:00:09 cri

图片默认标题_fororder_首届中国国际进口博览会于11月5日至10日在上海举办  摄影:王竹
(ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ດີ 3 ດ້ານ ເພື່ອ​ໃຫ້​ທົ່ວ​ໂລກ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເປັນ​ເວ​ລາ​ຍາວ​ນານ)

ຕາມ​ບົດ​ວິ​ຈານ​ຂອງ​ນັກ​ຂ່າວ CRI: ວັນ​ທີ 10 ພະ​ຈິກ​ນີ້ ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ທີ່​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ ສ​ປ ຈີນ​ໄດ້​ອັດ​ລົງ. ພາຍ​ໃນ​ເວ​ລາ 6 ມື້ 172 ປະ​ເທດ ເຂດ​ແຄວ້ນ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ພ້ອມ​ທັງ ວິ​ສາ​ຫະ​ກິດ 3600 ກວ່າ​ແຫ່ງ​ມີ​ສ່ວນ​ຮ່ວມ​ໃນ​ງານ​ດັ່ງ​ກ່າວ, ນັກ​ທຸ​ລະ​ກິດ​ຫຼາຍກວ່າ 4 ແສນກວ່າ​ຄົນ​ທັງ​ພາຍ​ໃນ​ປະ​ເທດ​ຈີນ​ແລະ​ຕ່າງ​ປະ​ເທດໄດ້​ພົບ​ປະ​ສັງ​ສັນ​ແລະ​ເຈ​ລະ​ຈາ​ກັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ທຸ​ລະ​ກິດ, ແລະ​ໄດ້​ບັນ​ລຸ​ມູນ​ຄ່າ​ການ​ຄ້າ​ດ້ານ​ຫຼັກ​ການ​ເຖິງ 57 ຕື້ 830 ລ້ານ​ໂດ​ລາ​ສະ​ຫະ​ຣັດ, ເຊິ່ງ​ຜົນ​ທີ່​ໄດ້​ຮັບ​ດັ່ງ​ກ່າວ​ແມ່ນ​ເຫັນ​ໜ້ອຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ການ​ຄ້າ​ສາ​ກົນ, ດັ່ງ​ທີ່​ນັກ​ທຸ​ລະ​ກິດ​ປະ​ເທດ​ຕ່າງໆ​ທີ່​ໄປ​ຮ່ວມ​ງານ​ນັ້ນ​ໄດ້​ກ່າວ​ໄວ້​ວ່າ: ບໍ່​ຢາກ​ເລີກ​ລາ​ກັນ, ປີ​ໜ້າ​ຍັງ​ຕ້ອງ​ມາ​ພົບ​ກັນ​ອີກ…

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ແມ່ນ​ສະ​ເໜີ​ອອກ​ໂດຍ​ທ່ານ​ສີຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໃນ​ໂອ​ກາດ​ຈັດ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ກ່ຽວ​ກັບ​ການ​ຮ່ວມ​ມື​ສາ​ກົນ​ພາຍ​ໃຕ້​ຂອບ ໜຶ່ງ​ແລວໜຶ່ງ​ເສັ້ນ​ທາງ, ຖື​ເປັນ​ການ​ຕັດ​ສິນ​ຄັ້ງ​ທຳ​ອິດ​ທີ່​ສຸດ​ຂອງ​ຈີນ​ເພື່ອ​ສຸມ​ໃສ່​ການ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງ​ຮອບ​ໃໝ່, ທັງ​ແມ່ນ​ມາດ​ຕະ​ການ​ສຳ​ຄັນ​ຂອງ​ຈີນ​ໃນ​ດ້ານ​ເປັນ​ເຈົ້າ​ການ​ເປີດ​ຕະ​ຫຼາດ​ສູ່​ໂລກ. ໝາກ​ຜົນ​ຂອງ​ງານ​ຄັ້​ງ​ທຳ​ອິດ​ໄດ້​ຢືນ​ຢັນ​ຢ່າງ​ເຕັມ​ສ່ວນ​ເຖິງ​ການ​ຕັດ​ສິນ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ ນັ້ນ​ກໍ່​ຄື: ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ແມ່ນ​ທ່າ​ອຽງ​ທີ່​ຕ້ອງ​ເປັນ​ໄປ​ແຫ່ງ​ປະ​ຫວັດ​ສາດ ໂດຍ​ຈະ​ຕ່າວ​ຄືນ​ມາ​ບໍ່​ໄດ້, ການ​ເປີດ​ປະ​ຕູ​ແລະ​ຮ່ວມ​ມື​ກັນ​ແລະ​ພະ​ລັງ​ແຮງ​ທີ່​ສຳ​ຄັນ​ໃນ​ການ​ເຮັດ​ໃຫ້​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ​ມີ​ຊີ​ວິດ​ຊີ​ວາ​ຂຶ້ນ​ຕື່ມ. ເຊິ່ງ​ງານ​ຄັ້ງ​ນີ້​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ດີ 3 ດ້ານ ເພື່ອ​ໃຫ້​ທົ່ວ​ໂລກ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເປັນ​ເວ​ລາ​ຍາວ​ນານ​ຄື:

ກ່ອນ​ອື່ນ ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ,ສົ່ງ​ເສີມ​ການ​ຄ້າ​ເສ​ລີ​ແລະ​ການ​ເຕີບ​ໂຕ​ທາງ​ເສດກ​ຖະ​ກິດ​ຂອງ​ໂລກ. ພາຍ​ໃຕ້​ເບື້ອງ​ຫຼັງ​ທີ່​ຄັດ​ຄ້ານ​ໂລ​ກາ​ພິ​ວັດ​ແລະ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ຮຸນ​ແຮງ​ຂຶ້ນ​ໃນ​ປັດ​ຈຸ​ບັນ, ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ IMF ໄດ້​ປັບ​ຄາດ​ໝາຍ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ​ຂອງ​ປີນີ້​ແລະ​ປີ​ໜ້າ​ຈາກ 3,9% ທີ່​ຄາດ​ໄວ້​ໃນ​ເດືອນ​ເມ​ສາ​ປີນີ້ ໃຫ້​ລົງ​ເຖິງ 3,7% ໃນ​ປັດ​ຈຸ​ບັນ. ສະ​ນັ້ນ ທົ່ວ​ໂລກ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ຍິ່ງ, ແລະ​ຄອງ​ຄອຍ​ມີ​ໂອ​ກາດ​ໃໝ່​ເພື່ອ​ຊຸກ​ຍູ້​ການ​ຄ້າ​ເສ​ລີ, ແລະ​ເພີ່ມ​ພະ​ລັງ​ແຮງ​ເຂົ້າ​ໃນ​ເສດ​ຖະ​ກິດ​ທີ່​ອ່ອນ​ເພຍ.

ໃຕ້​ກາ​ລະ​ໂອ​ກາດ​ທີ່​ສຳ​ຄັນ​ດັ່ງ​ກ່າວ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຕັ້ງ​ທຳ​ອິດ​ທີ່​ມີ​ຫົວ​ຂໍ້​ຫຼັກ​ວ່າ: ຍຸກ​ສະ​ໄໝ​ໃໝ່ ຊົມ​ໃຊ້​ອະ​ນາ​ຄົດ​ຮ່ວມ​ກົນ ໄດ້​ໄຂ​ຂຶ້ນ, ອັນ​ໄດ້​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ດ້ານ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຕ່າງໆ, ກາຍ​ເປັນ​ເວ​ທີ​ໃໝ່​ແຫ່ງ​ການ​ເປີດ​ປະ​ຕູ​ແລະ​ຮ່ວມ​ມື​ກັນ.

ຂໍ້​ທີ 2, ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ເຕົ້າ​ໂຮມ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຫຼາຍ​ຢ່າງ, ຊຸກ​ຍູ້​ໃຫ້​ທົ່ວ​ໂລກ​ກ້າວ​ເດີນ​ໄປ​ຕາມ​ທິດ​ດຽວ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ສຳ​ຄັນ​ຕ່າງໆ. ເມື່ອ​ທຽບ​ກັບ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ອື່ນໆ​ໃນ​ໂລກ​ແລ້ວ​ເຫັນ​ວ່າ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ມີ​ຈຸດ​ເດັ່ນ​ອັນ​ໜຶ່ງ​ຄື: ງານນີ້​ບໍ່​ພຽງ​ແຕ່​ແມ່ນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ທໍ່​ນັ້ນ, ຍັງ​ໄດ້​ດຳ​ເນີນ​ການ​ຫາ​ລື​ກັນ​ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ສຳ​ຄັນ​ຂອງ​ໂລກ​ໃນ​ປະ​ຈຸ​ບັນ.

ຍິ່ງ​ສຳ​ຄັນ​ນັ້ນ​ແມ່ນ, ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ແນວ​ຄິດ​ທີ່ ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ສ້າງ​ສາ​ຮ່ວມ​ກັນ​ແລະ​ຊົມ​ໃຊ້​ຮ່ວມ​ກັນ, ໄດ້​ກາຍ​ເປັນ​ພຶດ​ຕິ​ກຳ​ຕົວ​ຈິງ​ອັນ​ໜຶ່ງ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ທົ່ວ​ມະ​ນຸດ. ສະ​ນັ້ນ ທ່ານ​ໂຣ​ເບີດ ອາ​ເຊີ​ວິ​ໂດ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ WTO ຈິ່ງ​ໄດ້​ຕີ​ລາ​ຄາ​ວ່າ: ນີ້​ຄື​ງານ​ມະ​ຫະ​ກຳ​ທີ່​ເຮັດ​ໃຫ້​ບັນ​ດາ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ທັງ​ເຮັດ​ໃຫ້​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ໄດ້​ກຳ​ໄລ​ເຊັ່ນ​ກັນ.

ອີງ​ຕາມ​ແຜນ​ການ, ງາ​ນ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຂອງ​ຈີນ​ຈະ​ຈັດ​ຂຶ້ນ​ທຸກ​ປີ​ຕໍ່​ໄປ. ປັດ​ຈຸ​ບັນ ໄດ້​ມີວິ​ສາ​ຫະ​ກິດ 200 ກວ່າ​ແຫ່ງ​ເຊັນ​ສັນ​ຍາ​ໄວ້​ເພື່ອ​ເຂົ້າ​ຮ່ວ​ມ​ງານ​ຄັ້ງ​ທີ 2. ນີ້​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ: ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຂອງ​ຈີນ​ໄດ້​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ໃນ​ສາ​ກົນ​ທີ່​ສະ​ເໜີ​ໂດຍ​ຈີນ​ເພື່ອ​ຊຸກ​ຍູ້​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ, ທັງ​ໄດ້​ຮັບ​ຄວມ​ຢືນ​ຢັນ​ແລະ​ຮອງ​ຮັບ​ຈາກ​ທົ່ວ​ໂລກ. ຕໍ່​ໄປ​ເມືອ​ໜ້າ, ເພື່ອ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕື່ມ​ອີກ ແລະ​ໃຫ້​ປະ​ເທດ​ຕ່າງໆ​ພັດ​ທະ​ນາ​ໄປ​ພ້ອມ​ກັບ​ຈີນ, ຈີນ​ຍັງ​ຈະ​ທຳ​ຄວມ​ພະ​ຍາ​ຍາມ​ສຸດ​ຂີດ​ໃນ 5ດ້ານ​ຄື: ບຸກ​ລະ​ດົມ​ການ​ນຳ​ເຂົ້າ​ສິນ​ຄ້າ, ສືບ​ຕໍ່​ປ່ອນ​ຄາຍ​ມາດ​ຖານ​ອະ​ນຸ​ມັດ​ເຂົາ​ຕະ​ຫຼາດ, ສ້າງ​ສະ​ພາບ​ແວດ​ລ້ອມ​ທຸ​ລະ​ກິດ​ສາ​ກົນ​ທີ່ຍອດ​ຢ້ຽມ, ສ້າງ​ຂົງ​ເຂດ​ໃໝ່​ຂອງ​ກາ​ນ​ເປີດ​ປະ​ຕູ​ສູ່​ພາຍນອກ, ຊຸກ​ຍູ້​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ແລະ​ສອງ​ຝ່າ​ຍ​ພັດ​ທະ​ນາ​ລົງ​ສູ່​ລວງ​ເລິກ; ໃນ 15 ປີ​ຕໍ່​ໜ້ານີ້, ຄາດ​ວ່າ ຈີນ​ຈະ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຕ່າງ​ປະ​ເທດ​ເຖິງ 30000 ຕື້​ໂດ​ລາ​ສະ​ຫະ​ຣັດ ແລະ​ນຳ​ເຂົ້າ​ການ​ບໍ​ລິ​ການ​ຈຳ​ນວນ 10000 ຕື້​ໂດ​ລາ​ສະ​ຫະ​ຣັດ. ເຊິ່ງນີ້​ໄດ້​ສົມ​ກັບ​ການ​ຕີ​ລາ​ຄາ​ຂອງ​ທ່ານ​ນາງ​ຄ​ລິ​ສ​ຕຽນ ລາ​ກາ​ເດ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ IMF ຄື: ຈີນ​ກຳ​ລັງ​ສ້າງ​ຂົວ​ທີ່​ເດີນ​ໄປ​ສູ່​ໂລກ, ກຳ​ລັງ​ສ້າ​ງ​ຂົວ​ທີ່​ເດີນ​ໄປ​ສູ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ​ກຳ​ລັງ​ສ້າງ​ຂົວ​ທີ່​ເດີນ​ໄປ​ສູ່​ອະ​ນາ​ຄົດ.

ຄຳ​ເຫັນ

0