吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເຢຍລະ​ມັນ​ຫວັງ​ໃຫ້​ມີ​ການ​ຮ່ວມ​ມື​ສອງ​ຝ່າຍ​ກັບ​ຈີນ​ຫຼາຍ​ກວ່າ​ເກົ່າ

2018-11-12 17:08:55 cri

ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​ຄັ້ງ​ທຳ​ອິດ​ທີ່​​ດຳ​ເນີນ​ໄປເປັນເວລາ 6 ວັນໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 10 ພະຈິກ​ນີ້. ​ເຢຍລະ​ມັນຖື​ເປັນ​ໜຶ່ງ​​ໃນ​ປະ​ເທດ​ກິ​ຕິ​ມະ​ສັກທີ່​ເຂົ້າ​ຮ່ວມ​ງານ​ວາງສະ​ແດງຄັ້ງ​ນີ້, ​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ສະມາຄົມ​ການ​ຄ້າ​ເຢຍລະ​ມັນ, ​ ມີ​ວິ​ສາ​ຫະກິດເຢຍລະ​ມັນ 170 ​ແຫ່ງ​ເຂົ້າຮ່ວມ, ​ໃນ​ນັ້ນ​ມີ​ວິ​ສາ​ຫະກິດ​ລົດ, ສິ່ງ​ປະດິດ ​ແລະ​ອຸປະກອນ, ຢາ, ຜະລິດ​ຕະພັນ​ກະສິກຳ ​ແລະ​ອື່ນໆ.

ທ່ານ​ໂທ​ມາ​ສ ​ໂຄ​ນີກ ຫົວໜ້າພະ​ແນ​ກ​ອາຊີ​ຕາ​ເວັນ​ອອກທີ່​ຮັບຜິດຊອບ​ວຽກ​ງານ​ສາກົນ​ຂອງສະມາຄົມ​ການ​ຄ້າ​ເຢຍລະ​ມັນ​ກ່າວ​ວ່າ: ການຈັດ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​ຄັ້ງ​ທຳ​ອິດທີ່​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບ​ງາມ​ໄດ້​ສ້າງ​ພື້ນຖານອັນ​ເຂັ້ມ​ແຂງ​ໃຫ້ການຈັດ​ງານ​ແຕ່​ລະ​ປີ​ໃນຕໍ່ໜ້າ. ​ປະສົບ​ການ​ຄັ້ງນີ້ຈະ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່ການ​ຈັດງານໃນ​ປີ 2019. ທ່ານ​ເຊື່ອ​ໝັ້ນ​ວ່າ: ​ໃນ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​ຄັ້ງ​ໜ້າ, ຈະ​ມີ​ວິ​ສາ​ຫະກິດ​ເຢຍລະ​ມັນ​ເຂົ້າ​ຮ່ວມ​ຫຼາຍ​ກວ່າ​ເກົ່າ, ​ແລະ​ຈະ​ສະ​ແດງ​ເຕັກນິກກ້າວໜ້າ​ໃນ​ຂົງ​ເຂດ​ການ​ປະດິດ​ສ້າງ​ໃໝ່​ຫຼາຍ​ກວ່າ​ເກົ່າ. ທ່ານ​ຫວັງ​ວ່າ​ງານ​ວາງສະ​ແດງຈະ​ສາມາດກຳນົດຫົວ​ຂໍ້​ໄດ້​ຫຼາຍ​ປະ​ເພດ ​ແລະ​ຫວັງ​ວ່າ​ໃນ​ອະນາຄົດ​ງານ​ວາງສະ​ແດງຈະ​ສາມາດຕອບ​ສະໜອງ​ຊ່ອງ​ທາງ​ໃຫ້​ວິ​ສາ​ຫະກິດຂະໜາດ​ກາງ ​ແລະ​ນ້ອຍຂອງ​ເຢຍລະ​ມັນ​ໄດ້ຮັບ​ຮູ້​ຂໍ້​ມູນ​ທີ່​ກ່ຽວຂ້ອງ.

ຄຳ​ເຫັນ

0