覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳ​ຊິນ​ໂຈ່ວ​ຈີນ-ມາ​ເລ​ເຊຍ​ຈະ​ສ້າງ​ໃຫ້​ເປັນ​ເຂດ​ນິ​ຄົມ​ໂຕ​ແບບ​ການ​ຮ່ວ​ມື​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ຊຽນ

2018-12-04 15:35:49 cri

图片默认标题_fororder_qinshoufhlsfhlsfsholf1.JPG
 

 ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳ​ຊິນ​ໂຈ່ວ​ຈີນ-ມາ​ເລ​ເຊຍ​ເປັນ​ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳ​ລະ​ດັບ​ຊາດ​ທີ່​ລັດ​ຖະ​ບານ​ຈີນ​ແລະ​ມາ​ເລ​ເຊຍ​ຮ່ວມ​ກັນ​ສ້າງ​ຕັ້ງ​ຂຶ້ນ ເຊິ່ງ​ມີ​ຈຸດ​ປະ​ສົງ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ຄ້າ,ການ​ລົງ​ທຶນ,ການ​ເພີ່ມ​ຂີດຄວາມ​ສາ​ມາດ​ການ​ຜະ​ລິດ​ແລະ​ອື່ນໆ. ຊຸມ​ປີ​ມໍ່ໆ​ມາ​ນີ້, ໂຄງ​ການ​ອຸດ​ສາ​ຫະ​ກຳ​ຂອງ​ເຂດ​ນິ​ຄົມ​ໄດ້​ພັດ​ທະ​ນາ​ໃຫ້ກ້າວ​ໜ້າ​ໄປ​ພ້ອມ​ໆກັບ​ການ​ສ້າງ​ໂຄງ​ການ​ກໍ່​ສ້າງ​ຕົວ​ເມືອງ, ດິນ​ທາມ​ເຮື້ອ​ໃນ​ເມື່ອ​ກ່ອນ​ໄດ້​ກາຍ​ເປັນ​ຕົວ​ເມືອງ​ທັນ​ສະ​ໄໝ​ທີ່​ໜ້າ​ຢູ່​ແລະ​ເປັນ​ສະ​ຖານ​ທີ່​ດຳ​ເນີນ​ທຸ​ລະ​ກິດ​ແຫ່ງ​ໜຶ່ງ ເຊິ່ງ​ເປັນ​ພາບ​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ດ້ານ​ການ​ພັດ​ທະ​ນາ​ນັບ​ແຕ່​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ສ້າງ​ຕັ້ງ​ຂຶ້ນ​ມາ​ໄດ້​60ປີ ໂດຍ​ສະ​ເພາະ​ນັບ​ແຕ່​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ປະ​ຕິ​ຮູບ​ແລະ​​ເປີດປະ​ຕູ​ສູ່​ພາຍນອກ​ມາ​ນີ້. ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ກຳ​ລັງ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ສ້າງ​ເຂດ​ນິ​ຄົມ​ອຸ​ດ​ສາ​ຫະ​ກຳ​ຊິນ​ໂຈ່ວ ​ໃຫ້​ເປັນ​ເຂດ​ນິ​ຄົມ​ໂຕ​ແບບ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ຊຽນ.
 

图片默认标题_fororder_qinshoufhlsfhlsfsholf3

ຄຳ​ເຫັນ

0