覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກວາງ​ຊີ​ສະ​ເຫຼີມ​ສະຫຼອງ​ການ​ສ້າງ​ຕັ້ງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຄົບ​ຮອບ 60 ປີ​ຢ່າງ​ຍິ່ງ​ໃຫຍ່

2018-12-11 09:56:21 cri

ວັນ​ທີ 10 ທັນ​ວາ​ນີ້, ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ເຊິ່ງ​ເປັນ​ເຂດ,​ແຂວງ​ທີ່​ມີ​ປະ​ຊາ​ກອນ​ຊົນ​ເຜົ່າ​ສ່ວນ​ໜ້ອຍຫຼາຍ​ກວ່າ​ໝູ່​ຂອງ​ຈີນ​ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ການ​ສ້າງ​ຕັ້ງ​ເຂດ​ປົກ​ຄອງ​ຕົນ​ເອງ​ຄົບ​ຮອບ 60 ປີ​ຢ່າງ​ຍິ່ງ​ໃຫຍ່. ທ່ານ​ວາງ​ຢາງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ສະ​ພາ​ປຶ​ກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ສູນ​ກາງ​ເຂົ້າ​ຮ່ວມ​ພິ​ທີ​ແລະ​ກ່າວ​ປາໄສ.
 

 ກວາງ​ຊີ​ເປັນ​ເຂດ​,ແຂວງ​ທີ່​ມີ​ປະ​ຊາ​ກອນ​ຊົນ​ເຜົ່າ​ສ່ວນ​ໜ້ອຍຫຼາຍກວ່າ​ໝູ່​ຂອງ​ຈີນ. ຢູ່ກວາງ​ຊີ​ມີ 11 ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເຊັ່ນ​ເຜົ່າ​ຈ້ວງ,ເຜົ່າ​ຢ້າວ,ເຜົ່າ​ມົ້ງ​ດຳ​ລົງ​ຊີ​ວິດ​ມາ​ແຕ່​ບູ​ຮານ​ນະ​ການ. ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ:​ປີ 2017ຜ່ານ​ມາ, ລວມຍອດປະ​ລິ​ມານ​ເສດ​ຖະ​ກິດ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີໄດ້​ບັນ​ລຸ​ເຖິງ 2000 ຕື້ຢວນ, ​ເທົ່າ​ກັບ 832 ເທົ່າ​ຂອງ​ຕອນ​ທີ່​ເຂດ​ປົກ​ຄອງ​ຕົນ​ເອງ​ຫາ​ກໍ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່, ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ໄດ້ຫຼຸ​ດ​ລົງ​ຈາກ 21 ລ້ານ​ຄົນ​ເມື່ອ​ປີ 1978 ເຫຼືອ​ພຽງ 2,67 ລ້ານ​ຄົນ, ອັດ​ຕາ​​ສ່ວນຄວາມ​ທຸກ​ຍາກ​ໄດ້​ຫຼຸດ​ຈາກ 70% ເຫຼືອ​ພຽງ 5,7% ເທົ່າ​ນັ້ນ, ໃນໄລ​ຍະ 5 ປີ​ຜ່ານ​ມາ, ສະ​ເລ່ຍ​ແລ້ວ,ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ໄດ້ຫຼຸດ​ລົງ 1,17 ລ້ານ​ຄົນ​ຕໍ່​ປີ.
 

ທ່ານ​ວາງ​ຢາງ​ກ່າວ​ປາ​ໄສ​ໃນ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ຜົນ​ສຳ​ເລັດ​ອັນ​ສະ​ຫງ່າ​ລາ​ສີ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ເຖິງ​ຄວາມ​ດີ​ເລີດ​​ແລະຍິ່ງ​ໃຫຍ່​ຂອງ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ​ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ພະ​ລັງ​ຊີ​ວິດ​ທີ່​ເຂັ້ມ​ແຂງ​​ພາຍ​ໃຕ້​ລະ​ບຽບ​ການເຂດ​ຊົນ​ເຜົ່າ​ປົກ​ຄອງ​ຕົນ​ເອງ. ​ລະ​ບຽບ​ການເຂດ​ຊົນ​ເຜົ່າ​ປົກ​ຄອງ​ຕົນ​ເອງ​ໃນ​ຖາ​ນະ​ເປັນ​ລະ​ບ​ຽບ​ການ​​ທາງ​ການເມືອງ​ພື້ນ​ຖານ​ຕ້ອງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ.

ຄຳ​ເຫັນ

0