李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານວ່າງ​ຢາງ​ພ້ອມ​ດ້ວຍຄະ​ນະ​ເຂົ້າ​ຊົມ​ງານ​ວາງ​ສະ​ແດງ​ຜົນ​ງານ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 60 ປີ

2018-12-11 16:15:40 cri

图片默认标题_fororder_1

图片默认标题_fororder_2

ຕອນ​ເຊົ້າ​ວັນ​ທີ 10 ທັນ​ວານີ້, ທ່ານ ວາງ​ຢາງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ສູນ​ກາງ ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນເດີນ​ທາງ​ໄປ​ເຖິງ​ສຳ​ນັກ​ງານ​ແຜນ​ການກວາງ​ຊີ ເພື່ອ​ເຂົ້າ​ຊົມ “ງານ​ວາງ​ສະ​ແດງຜົນ​ງານ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ໃນ​ໂອ​ກາດ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 60 ປີພາຍ​ໃຕ້​ຫົວ​ຂໍ້: ສ້າງ​ສາ​ເຂດກວາງ​ຊີ​ທີ່​ສະ​ຫງ່າ​ງາມ, ຮ່ວມ​ກັນ​ບັນ​ລຸ​ຄວາມ​​ໄຝ່​ຝັນ​ສ້າງ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຄືນ​ໃໝ່”.

ງານ​ວາງ​ສະ​ແດງ​ດັ່ງ​ກ່າວປະ​ກອບ​ມີ 5 ພາກ​ຄື: ​ຄວາມ​ເອົາ​ໃຈ​ໃສ່, ​ສະ​ພາບ​ໂດຍ​ຫຍໍ້, ຂະ​ບວນ​ວິ​ວັດ, ​ຜົນ​ງານ ແລະ​ ​ຈ້ອງເບິ່ງ​ອະ​ນາ​ຄົດ, ໂດຍ​ໄດ້​​ວາງສະ​ແດງ​ໃນຫຼາຍ​ແງ່​ມູມ​ທີ່​ສະ​ທ້ອນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ສູນ​ກາງ​ພັກ​ທີ່​ມີ​ສະ​ຫາຍ​ ສີ​ຈິ້ນ​ຜິງ ເປັນ​ແກນ​ກາງ​ທີ່​ມີ​ຕໍ່​ພະ​ນັກ​ງານ​ແລະ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ເຂດກວາງ​ຊີ, ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ລັກ​ສະ​ນະ​ດີ​ເລີດ​ຂອງ​ນະ​ໂຍ​ບາຍ​ຊົນ​ເຜົ່າ​ແລະ​ລະ​ບອບ​ປົກ​ຄອງ​ຕົນ​ເອງ​ຂອງ​ຊົນ​ເຜົ່າ​ຂອງ​ພັກ​ຢ່າງ​ມີ​ຊີ​ວິດ​ຊີ​ວາ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ງານ​ອັນ​ສະ​ຫງ່າ​ລາ​ສີ​ທີ່​ເຂດ​ປົກ​ຄອງ​ຕົນ​ເອງ​ໄດ້​ຮັບ​ໃນ​ດ້ານ​ເສດ​ຖະ​ກິດ, ການ​ເມືອງ ແລະ​ວັດ​ທະ​ນະ​ທຳ​ເປັນ​ຕົ້ນ​ໃນ​ເວ​ລາ 60 ປີ​ມານີ້ ໂດຍ​ສະ​ເພາະນັບ​ແຕ່​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ຕົ້ນ​ມາແບບ​ໂຮມ​ສູນ, ສ່ອງແສງ​ໃຫ້​ເຫັນ​ເຖິງ​ພຶດ​ຕິ​ກຳ​ອັນ​ຍິ່ງ​ໃຫຍ່​ທີ່​ຮ່ວມ​ສຸກ​ຮ່ວມ​ທຸກ, ເປັນຈິດ​ໜຶ່ງ​ໃຈ​ດຽວ​ກັນ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ ແລະ ສາ​ມັກ​ຄີ​​ສູ້​ຊົນຜ່ານ​ຜ່າຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ເຂດກວາງ​ຊີ​ຢ່າງ​ຮອບ​ດ້ານ.

ຄຳ​ເຫັນ

0