ທ່ານ ສີຈິ້ນຜິງ ກ່າວໃນວັນທີ 18 ທັນວານີ້ວ່າ: ຈີນຄວນຈັດຕັ້ງປະຕິບັດແນວທາງ “ປະເທດດຽວສອງລະບອບ”“ຊາວຮົງກົງປົກຄອງຮົງກົງ”“ຊາວມາກາວປົກຄອງມາກາວ”ແລະປົກຄອງຕົນເອງໃນລະດັບສູງ,ປະຕິບັດງານຕາມລັດຖະທຳມະນູນແລະກົດໝາຍພື້ນຖານຢ່າງເຂັ້ມງວດ,ປັບປຸງກົນໄກແລະລະບຽບທີ່ມີສ່ວນກ່ຽວຂ້ອງກັບການປະຕິບັດກົດໝາຍພື້ນຖານໃຫ້ດີຂຶ້ນ,ຮັກສາຄວາມວັດທະນາຖາວອນແລະສະຖຽນລະພາບຂອງຮົງກົງແລະມາກາວໃຫ້ຍືນຍາວ,ສະໜັບສະໜູນແລະຊຸກຍູ້ໃຫ້ຮົງກົງແລະມາກາວເຊື່ອມໂຍງເຂົ້າກັນກັບສະພາບລວມແຫ່ງການພັດທະນາຂອງປະເທດຊາດໄດ້ເປັນຢ່າງດີກວ່າເກົ່າ,ເຮັດໃຫ້ພີ່ນ້ອງຮ່ວມຊາດຮົງກົງແລະມາກາວຮ່ວມກັບປະຊາຊົນແຜ່ນດິນແມ່ແບກຫາບໜ້າທີ່ຮັບຜິດຊອບທາງປະຫວັດສາດທີ່ຈະຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຈີນ,ຮ່ວມກັນຊົມໃຊ້ກຽດອັນສູງສົ່ງຈາກຄວາມຮັ່ງມີເຂັ້ມແຂງແລະຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ.
ທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກໃຫ້ຍຶດໝັ້ນຫຼັກການປະເທດຈີນດຽວແລະຄວາມຮັບຮູ້ເປັນເອກະພາບປີ 1992,ປັບປຸງແລະພັດທະນາພື້ນຖານການພັດທະນາການພົວພັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນໂດຍສັນຕິໃຫ້ໝັ້ນຄົງ,ລົງເລິກການແລກປ່ຽນແລະຮ່ວມມືດ້ານເສດຖະກິດແລະວັດທະນະທຳລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ,ສ້າງຄວາມຜາສຸກໃຫ້ແກ່ພີ່ນ້ອງຮ່ວມຊາດຂອງສອງຝັ່ງຊ່ອງແຄບ. ທ່ານກ່າວວ່າ: ຈີນມີຄວາມຕັດສິນໃຈທາງການເມືອງທີ່ເດັດດ່ຽວໜຽວແໜ້ນແລະຄວາມສາມາດທີ່ເຂັ້ມແຂງໃນການປົກປັກຮັກສາອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ,ຜືນແຜ່ນດິນທີ່ຫວງແຫນຂອງປະເທດຊາດຈະບໍ່ອະນຸຍາດໃຫ້ຖືກຕັດແຍກອອກໄປແມ່ນແຕ່ໜ້ອຍດຽວກໍ່ບໍ່ໄດ້ຢ່າງເດັດຂາດ!
ຄຳເຫັນ
0