“ສິ່ງມະຫັດສະຈັນຂອງຈີນ”, “ຜົນສຳເລັດທີ່ຄາດເດົາໄດ້ຍາກໃນປະຫວັດການພັດທະນາຂອງມວນມະນຸດ”, ນີ້ແມ່ນຄຳຕີລາຄາຢ່າງພາວະວິໄສທີ່ປະຊາຄົມໂລກມັກໝູນໃຊ້ໃນການປະເມີນການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນ. ຄັນຊັ້ນ, “ສິ່ງມະຫັດສະຈັນ” ດັ່ງກ່າວໄດ້ສ້າງຂຶ້ນແນວໃດ? ມັນໄດ້ນຳເອົາຫຍັງແດ່ມາສູ່ຈີນແລະໂລກ? ໃນພິທີສະເຫຼີມສະຫຼອງການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນຄົບຮອບ 40 ປີທີ່ຈັດຈຶ້ນໃນຕອນເຊົ້າວັນທີ 18 ທັນວານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ກ່າວປາໄສສຳຄັນ ໂດຍໄດ້ຫວນຄືນແລະສະຫຼຸບຢ່າງຮອບດ້ານແລະເປັນລະບົບກ່ຽວກັບຂະບວນການ, ໝາກຜົນທີ່ໄດ້ຮັບ, ຄວາມໝາຍ ແລະ ບົດຮຽນອັນລ້ຳຄ່າຈາກການປະຕິຮູບແລະເປີດປະຕູສູ່ພາຍນອກເປັນເວລາ 40 ປີມານີ້, ແລະໄດ້ປຸກລະດົມໃຫ້ສະມາຊິກພັກກອມມູນິດຈີນແລະປະຊາຊົນຈີນທຸກຖ້ວນໜ້າຈົ່ງຊຸກຍູ້ການປະຕິຮູບແລະເປີດປະຕູສູ່ພາຍນອກໃຫ້ກ້າວໄປໜ້າໃນຍຸກໃໝ່.
ຄຳປາໄສຂອງທ່ານ ສີຈິ້ນຜິງ ມີໜຶ່ງໝື່ນກວ່າຕົວໜັງສືຈີນ, ໄດ້ສະຫຼຸບແລະຫວນຄືນຜົນງານຄັ້ງປະຫວັດສາດຂອງການປະຕິຮູບແລະເປີດປະຕູສູ່ພາຍນອກເປັນເວລາ 40 ປີຈາກ 10 ດ້ານ, ເຊັ່ນ: ແນວຄິດທິດສະດີ, ການສ້າງສາເສດຖະກິດ, ການເມືອງປະຊາທິປະໄຕ, ການພັດທະນາວັດທະນະທຳ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການປົກປ້ອງຊີວະພາບ, ການສ້າງວຽກງານປ້ອງກັນຊາດແລະກອງທັບໃຫ້ທັນສະໄໝ, ພາລະກິດອັນຍິ່ງໃຫຍ່ແຫ່ງການທ້ອນໂຮມປະເທດຊາດໃຫ້ເປັນເອກະພາບກັນ, ການຕ່າງປະເທດໂດຍສັນຕິ ແລະການກໍ່ສ້າງພັກ.
ຊາວໂລກເຂົ້າໃຈໄດ້ຢ່າງງ່າຍດາຍຕໍ່ຄວາມພາກພູມໃຈຂອງຊາວຈີນໃນສູ່ມື້ນີ້ ເມື່ອຫວນຄືນການປ່ຽນແປງຂອງຈີນຕະຫຼອດໄລຍະ 40 ປີແຫ່ງການປະຕິຮູບແລະເປີດປະຕູສູ່ພາຍນອກ ຄື: ເສດຖະກິດຂອງຊາດໄດ້ຫັນຈາກການຜະເຊີນກັບສະພາບພັງທະລາຍກັບກາຍມາພັດທະນາໃຫ້ເຕີບໃຫຍ່ກາຍເປັນກຸ່ມເສດຖະກິດໃຫຍ່ອັນດັບສອງຂອງໂລກ, ເປັນປະເທດໃຫຍ່ອັນດັບໜຶ່ງດ້ານອຸດສາຫະກຳການຜະລິດ ແລະ ເປັນປະເທດໃຫຍ່ອັນດັບໜຶ່ງດ້ານການຄ້າສິນຄ້າປະເພດຈັບຕ້ອງໄດ້, ອັດຕາການປະກອບສ່ວນຕໍ່ການເຕີບໂຕຂອງເສດຖະກິດໂລກສູງກວ່າ 30% ມາຫຼາຍປີ; ຈາກການກິນອິ່ມນຸ່ງອຸ່ນທີ່ເປັນບັນຫາໜັກໜ່ວງ ໄດ້ພັດທະນາຈົນກາຍເປັນສະພາບທີ່ປະຊາກອນຜູ້ທຸກຍາກໂດຍນັບລວມແລ້ວໄດ້ຫຼຸດລົງເຖິງ 740 ລ້ານຄົນ, ລາຍຮັບສະເລ່ຍຕໍ່ຫົວຄົນທີ່ສາມາດຈັບຈ່າຍໄດ້ຂອງປະຊາຊົນທົ່ວປະເທດໄດ້ບັນລຸເຖິງ 26.000 ຢວນ ແລະ ກຸ່ມຄົນທີ່ມີລາຍຮັບປານກາງໄດ້ເພີ່ມຂຶ້ນເລື້ອຍໆມາ; ຈາກການຜະເຊີນກັບໄພອັນຕະລາຍທີ່ເກືອບຈະ “ສູນຫາຍໄປຈາກໂລກ” ໃນເມື່ອກ່ອນ ກັບກາຍມາເປັນຜູ້ສ້າງສັນຕິພາບໂລກ, ຜູ້ປະກອບສ່ວນຕໍ່ການພັດທະນາຂອງໂລກ, ຜູ້ຮັກສາລະບຽບການສາກົນ ແລະອື່ນໆ ເຊິ່ງເປັນທີ່ຍອມຮັບຢ່າງກວ້າງຂວາງຈາກປະຊາຄົມໂລກ. ຂະນະທີ່ການປ່ຽນແປງຢ່າງໃຫຍ່ຫຼວງທີ່ມີລັກສະນະປະຫວັດສາດເຫຼົ່ານີ້ ຈີນໄດ້ໃຊ້ເວລາສັ້ນໆ ຄືພຽງແຕ່ 40 ປີເທົ່ານັ້ນ ສົມພໍທ່ານຊາມິວ ຮັນຕິງຕັນ ນັກວິຊາການອາເມຣິກາໄດ້ຖອນຫາຍໃຈແລະເວົ້າວ່າ: ການປະຕິຮູບແລະເປີດປະຕູສູ່ພາຍນອກເຮັດໃຫ້ຊາຕາກຳຂອງຈີນໂດດອອກຈາກ “ຊ່ອງທາງຕົກຕ່ຳລົງ” ຢ່າງສິ້ນເຊີງ.
ເປັນຫຍັງຊາວຈີນຈຶ່ງສາມາດປ່ຽນແປງຄວາມເປັນໄປບໍ່ໄດ້ໃຫ້ກັບກາຍມາເປັນຄວາມເປັນໄປໄດ້? ໃນຄຳປາໄສ, ທ່ານສີຈິ້ນຜິງ ໄດ້ສະຫຼຸບບົດຮຽນອັນລ້ຳຄ່າທີ່ຈີນໄດ້ຮັບໃນໄລຍະ 40 ປີແຫ່ງການປະຕິຮູບແລະເປີດປະຕູສູ່ພາຍນອກ ໂດຍບົດຮຽນເຫຼົ່ານີ້ລວມທັງ: ຕ້ອງຍຶດໝັ້ນການນຳພາຂອງພັກກອມມູນິດຈີນຕໍ່ວຽກງານທັງໝົດ, ຖືເອົາປະຊາຊົນເປັນໃຈກາງ, ໝູນໃຊ້ລັດທິມາກໃນການຊີ້ນຳ, ເດີນຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ປັບປຸງແລະພັດທະນາລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຖືເອົາການພັດທະນາເປັນໜ້າທີ່ສຳຄັນອັນດັບໜຶ່ງ, ເປີດກວ້າງການເປີດປະຕູ, ຄຸ້ມຄອງບໍລິຫານພັກຢ່າງເຂັ້ມງວດຮອບດ້ານ, ແກ້ໄຂການພົວພັນລະຫວ່າງການປະຕິຮູບ, ການພັດທະນາ ແລະ ຄວາມໝັ້ນຄົງໃຫ້ຖືກຕ້ອງ ແລະອື່ນໆ.
ບໍ່ຕ້ອງສົງໄສເລີຍວ່າ, ບົດຮຽນອັນປະເສີດໃນ 9 ດ້ານດັ່ງກ່າວ, ຄວນເປັນ “ເຂັດລັບສຳເລັດຜົນ” ຂອງການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນທີ່ປະຊາຄົມໂລກສົນໃຈທີ່ສຸດ. ໃນນັ້ນ, ບົດຮຽນຂອງຈີນກ່ຽວກັບການແກ້ໄຂການພົວພັນລະຫວ່າງຄວາມໝັ້ນຄົງແລະການປະຕິຮູບແລະການພັດທະນາມີຄວາມໝາຍສຳລັບປະເທດພວມພັດທະນາທີ່ຈະຖອດຖອນບົດຮຽນນຳ. ທ່ານກ່າວເນັ້ນວ່າ, ການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນຈະປ່ຽນແປງຫຍັງແລະປ່ຽນແປງແນວໃດ, ຕ້ອງຍຶດຖືຫຼັກການພື້ນຖານທີ່ສອດຄ່ອງກັບເປົ້າໝາຍລວມທີ່ປັບປຸງແລະພັດທະນາລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຊຸກຍູ້ການປັບປຸງລະບົບການປົກຄອງປະເທດແລະເຮັດໃຫ້ຄວາມສາມາດການປົກຄອງຫັນເປັນທັນສະໄໝນັ້ນຫຼືບໍ່, ສິ່ງທີ່ຄວນປ່ຽນແປງແລະສາມາດປ່ຽນແປງໄດ້ນັ້ນ, ຈີນຈະປ່ຽນແປງຢ່າງເດັດດ່ຽວ, ສິ່ງທີ່ບໍ່ຄວນປ່ຽນແປງແລະບໍ່ສາມາດປ່ຽນແປງໄດ້ນັ້ນ, ຈະບໍ່ປ່ຽນແປງຢ່າງເດັດຂາດ. ບົດຮຽນແລະຜົນສະຫຼຸບໃຈເຫຼົ່ານີ້, ຮັບປະກັນໃຫ້ການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນໃນຍຸກໃໝ່ດີນໄປຕາມເສັ້ນທາງທີ່ຖືກຕ້ອງຢ່າງສະເໝີຕົ້ນສະເໝີປາຍ.
ການປະຕິຮູບແລະເປີດປະຕູສູ່ພາຍນອກອອກເດີນທາງອີກຄັ້ງໃໝ່, ຖ້າຫາກເວົ້າວ່າໃນ 40 ປີຜ່ານມາຈີນໄດ້ສ້າງ “ສິ່ງມະຫັດສະຈັນໃນໂລກ” ທີ່ເຮັດໃຫ້ທົ່ວໂລກງຶດງໍ້, ໃນ 40 ປີທັດໄປຫຼືວ່າເວລາຍາວກວ່າເກົ່າ 40 ປີ, ຈີນຈະຢັ້ງຢືນການຄາດຄະເນຂອງທ່ານໂຣນັດ H. ໂຄເຊ ຜູ້ໄດ້ຮັບລາງວັນໂນເບວສາຂາເສດຖະສາດດ້ວຍການກະທຳຕົວຈິງ, ນັ້ນກໍຄື: ປະເທດຈີນທີ່ເປີດປະຕູ, ກວມລວມ, ມີຄວາມໝັ້ນໃຈແລະການປະດິດສ້າງໃໝ່, ຈະສ້າງສິ່ງມະຫັດສະຈັນໃຫຍ່ກວ່າເກົ່າໃຫ້ແກ່ທົ່ວໂລກ.
ຄຳເຫັນ
0