ວັນທີ 18 ທັນວານີ້ ທ່ານສີຈິ້ນຜິງ ກ່າວວ່າ: ການພັດທະນາຂອງຈີນແຍກອອກຈາກໂລກບໍ່ໄດ້, ຄວາມຈະເລີນຮຸ່ງເຮືອງຂອງໂລກກໍ່ຕ້ອງການຈີນເຊັ່ນກັນ. ຈີນຕ້ອງຍຶດໝັ້ນການເປີດກວ້າງການເປີດປະຕູສູ່ພາຍນອກ, ຊຸກຍູ້ການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງທົ່ວມວນມະນຸດ. ທ່ານກ່າວຕື່ມວ່າ: ຈີນຈະຊຸກຍູ້ການສ້າງການພົວພັນສາກົນແບບໃໝ່ທີ່ຕ່າງເຄົາລົບກັນ, ມີຄວາມຍຸດຕິທຳ, ເປັນທຳ ແລະ ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນຳກັນ; ຈີນເຄົາລົບສິດຂອງປະຊາຊົນປະເທດຕ່າງໆໃນການເລືອກເສັ້ນທາງພັດທະນາດ້ວຍຕົນເອງ, ຄັດຄ້ານການບັງຄັບຄົນອື່ນຮັບເອົາຄຳເຫັນຂອງຕົນເອງ, ຄັດຄ້ານການແຊກແຊງວຽກງານພາຍໃນຂອງປະເທດອື່ນ, ຄັດຄ້ານປະເທດເຂັ້ມແຂງຂົ່ມເຫັງປະເທດນ້ອຍ; ຈີນຈະເສີມຂະຫຍາຍບົດບາດທີ່ເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ, ສະໜັບສະໜູນການພັດທະນາຂອງບັນດາປະເທດທີ່ພວມພັດທະນາ, ຕັ້ງໜ້າເຂົ້າຮ່ວມການປະຕິຮູບແລະການສ້າງລະບົບການຄຸ້ມຄອງທົ່ວໂລກ; ຈີນສະໜັບສະໜູນລະບົບການຄ້າຫຼາຍຝ່າຍ, ຊຸກຍູ້ການຄ້າການລົງທຶນເສລີແລະມີຄວາມສະດວກກວ່າເກົ່າ; ຈະຖືເອົາການສ້າງ“ໜຶ່ງແລວໜຶ່ງເສັ້ນທາງ” ເປັນຈຸດສຸມ, ຮ່ວມກັບຝ່າຍຕ່າງໆສ້າງເວທີໃໝ່ແຫ່ງການຮ່ວມມືສາກົນ.
ທ່ານສີຈິ້ນຜິງເນັ້ນໜັກວ່າເ ຈີນເດັດຂາດຈະບໍ່ສະຫວງຫາການພັດທະນາຕົນເອງດ້ວຍການສ້າງຜົນເສຍຫາຍຕໍ່ຜົນປະໂຫຍດຂອງປະເທດອື່ນ, ແລະເດັດຂາດບໍ່ປ່ອຍປະລະເລີຍສິດທິຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງຕົນ. ຈີນປະຕິບັດນະໂຍບາຍປ້ອງກັນປະເທດແບບປ້ອງກັນຕົນເອງ, ການພັດທະນາຂອງຈີນຈະບໍ່ເປັນໄພຂົ່ມຂູ່ຕໍ່ປະເທດໃດ. ຈີນຈະບໍ່ເປັນເຈົ້າໂລກເຖິງວ່າຕົນເອງຈະພັດທະນາໄປເຖິງຈຸດໃຫກໍ່ຕາມ.
ຄຳເຫັນ
0