ທ່ານສີຈິ້ນຜິງ ກ່າວໃນວັນທີ 18 ທັນວານີ້ວ່າ: ໃນການຊຸກຍູ້ການປະຕິຮູບແລະເປີດປະຕູສູ່ພາຍນອກໃນຍຸກໃໝ່ໃຫ້ດຳເນີນໄປຢ່າງໝັ້ນທ່ຽງກວ່າເກົ່າແລະດົນນານກວ່າເກົ່າ, ຈີນຄວນແກ້ໄຂບັນຫາການພົວພັນລະຫວ່າງການປະຕິຮູບ, ການພັດທະນາ ແລະ ຄວາມໝັ້ນທ່ຽງໃຫ້ໄດ້ຢ່າງຖືກຕ້ອງ. ຈີນເປັນປະເທດໃຫຍ່, ຈະບໍ່ອະນຸຍາດໃຫ້ເກີດຄວາມຜິດພາດໃນບັນຫາພືນຖານທີ່ນຳໄປສູ່ການຫຼົ້ມຈົມຢ່າງເດັດຂາດ; ຄວນເສີມສ້າງແນວຄິດຍຸດທະສາດ, ແນວຄິດສັດຈະວິພາກ, ແນວຄິດປະດິດສ້າງໃໝ່, ແນວຄິດການປົກຄອງດ້ວຍກົດໝາຍ ແລະ ແນວຄິດບໍ່ລ້ຳເສັ້ນ, ເພີ່ມທະວີການຄົ້ນຄິດທາງມະຫາພາກແລະການອອກແບບໃນລະດັບສູງສຸດ, ຍຶດໝັ້ນຖືເອົາການແກ້ໄຂບັນຫາເປັນທິດນຳ, ໂດຍເລັງໃສ່ຄວາມຂັດແຍ້ງແລະບັນຫາທີ່ພົ້ນເດັ່ນທີ່ຈີນຜະເຊີນໃນການພັດທະນາ, ລົງສຳຫຼວດແລະຄົ້ນຄວ້າຢ່າງເລິກເຊິ່ງເຖິງຖອງ, ສົ່ງເສີມໃຫ້ຂັ້ນຮາກຖານຄົ້ນຄວ້າຢ່າງກ້າຫານ, ຍຶດໝັ້ນການເຊື່ອມຕໍ່ລະຫວ່າງການຕັດສິນນະໂຍບາຍການປະຕິຮູບແລະການຕັດສິນນະໂຍບາຍດ້ານນິຕິກຳ, ຍົກລະດັບການຕັດສິນນະໂຍບາຍດ້ານການປະຕິຮູບໃຫ້ຖືກຕ້ອງຕາມຫຼັກວິທະຍາສາດໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ. ຂະນະດຽວກັນ, ທ່ານສີຈິ້ນຜິງ ຍັງກ່າວເນັ້ນວ່າ: ຄວນຮັບປະກັນບັນດາມາດຕະການສຳຄັນໃນການປະຕິຮູບໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງແທ້ຈິງ, ທັງກ້າເຮັດກ່ອນໝູ່, ກ້າສູ້ຊົນຜ່ານຜ່າກ້າທົດລອງ, ທັງມີຄວາມຫ້າວຫັນ-ໜັກແໜ້ນ ແລະ ເລັ່ງດ່ວນ-ໝັ້ນທ່ຽງ, ເຮັດໃຫ້ການປະຕິຮູບ, ການພັດທະນາແລະຄວາມໝັ້ນຄົງເປັນເອກະພາບກັນ, ຍຶດໝັ້ນບໍ່ປ່ຽນແປງແນວທາງ, ເສັ້ນທາງບໍ່ອ່ຽງຊ້າຍອ່ຽງຂວາ, ບໍ່ເຮັດໃຫ້ກຳລັງແຮງຫຼຸດໜ້ອຍຖອຍລົງ.
ຄຳເຫັນ
0