ປີນີ້ແມ່ນປີທີ 5 ທີ່ປະຕິຮູບລະບຽບການຈົດທະບຽນໃຫ້ການຮ້ອງຂໍສ້າງຕັ້ງວິສາຫະກິດ, ວິສາຫະກິດໃນຕະຫຼາດຕົວຈິງຂອງທົ່ວປະເທດຈີນໄດ້ບັນລຸເຖິງ 106 ລ້ານແຫ່ງ. ວິສາຫະກິດທີ່ເພີ່ມໃໝ່ສະເລ່ຍຕໍ່ມື້ໄດ້ເພີ່ມຈາກ 6.900 ແຫ່ງກ່ອນການປະຕິຮູບຂຶ້ນເປັນ 18.400 ແຫ່ງຕໍ່ມື້ໃນປີນີ້. ຈຳນວນວິສາຫະກິດທີ່ສະເລ່ຍຕໍ່ແຕ່ລະພັນຄົນໄດ້ຈາກ 11,4 ແຫ່ງໃນປີ 2013 ກ່ອນການປະຕິຮູບເພີ່ມຂຶ້ນເປັນ 23,9 ແຫ່ງໃນປັດຈຸບັນ,ເພີ່ມຂຶ້ນຫຼາຍກວ່າ 1 ເທົ່າ.
ການປະຕິຮູບໄດ້ຊຸກຍູ້ການພັດທະນາເສດຖະກິດພາກເອກະຊົນ,ກາຍເປັນຊ່ອງທາງທີ່ສຳຄັນໃນການດຶງດູດການປະກອບອາຊີບ. ຕາມສະຖິຕິຈາກກົມຄຸ້ມຄອງຕະຫຼາດແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ວິສາຫະກິດເອກະຊົນໄດ້ກວມຫຼາຍກວ່າ 95% ຂອງຍອດຈຳນວນວິສາຫະກິດໃນຕະຫຼາດ ທົ່ວປະເທດ, ຈຳນວນຜູ້ເຮັດວຽກໃນວິສາຫະກິດເອກະຊົນບັນລຸ 360 ລ້ານຄົນ, ໄດ້ສ້າງຕຳແໜ່ງເຮັດວຽກໃນຕົວເມືອງຫຼາຍກວ່າ 80% ແລະຕຳແໜ່ງເຮັດວຽກເພີ່ມໃໝ່ຫຼາຍກວ່າ 90% ຢູ່ໃນທົ່ວປະເທດ.
ຄຳເຫັນ
0