ວັນທີ 22 ທັນວານີ້, ຄັງປັນຍາຈີນກັບໂລກາພິວັດ, ສະຫະພັນບໍລິການນັກຮຽນຈົບຈາກຕ່າງປະເທດກັບຄືນປະເທດຈີນແລະໜ່ວຍງານອື່ນໆໄດ້ຮ່ວມກັນເປີດເຜີຍບັນຊີລາຍຊື່ “ນັກຮຽນກຽດນິຍົມ 40 ຄົນຈົບຈາກຕ່າງປະເທດກັບຄືນປະເທດຊາດໃນ 40 ປີແຫ່ງການປະຕິຮູບແລະເປີດປະຕູສູ່ພາຍນອກ” ຢູ່ໃນງານແລກປ່ຽນຊັບພະຍາກອນມະນຸດຕ່າງປະເທດຈີນ 2018ແລະງານແລກປ່ຽນວິທະຍາສາດເຕັກນິກກວາງໂຈ່ວສຳລັບນັກຮຽນຈົບຈາກຕ່າງປະເທດຂອງຈີນຄັ້ງທີ 20.
ໃນໄລຍະ 40 ປີທີ່ຈີນດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກ, ຈຳນວນຄົນຈີນທີ່ໄປຄົ້ນຄວ້າຮ່ຳຮຽນຢູ່ຕ່າງປະເທດໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ແລະຈຳນວນຄົນທີ່ຮຽນຈົບແລ້ວກັບຄືນປະເທດກໍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ສະຖິຕິສະແດງໃຫ້ເຫັນວ່າ: ນັບແຕ່ປີ 1978ຫາປີ 2017, ລວມທັງໝົດແລ້ວ, ມີຄົນຈີນທີ່ໄປຄົ້ນຄວ້າຮ່ຳຮຽນຢູ່ຕ່າງປະເທດບັນລຸເຖິງ 5.194.900 ຄົນ, 3.132.000 ຄົນໄດ້ກັບຄືນປະເທດ.
ທຸກມື້ນີ້, ນັກຮຽນຈົບຈາກຕ່າງປະເທດໄດ້ປະກອບສ່ວນໃນບັນດາຂົງເຂດເສດຖະກິດທີ່ຂະຫຍາຍຕົວຢ່າງວ່ອງໄວນັບມື້ນັບຫຼາຍຂຶ້ນ. ຈາກຄວາມນິຍົມໄປຮຽນຢູ່ຕ່າງປະເທດແລະການກັບຄືນປະເທດເພື່ອປະກອບອາຊີບຫຼືປະກອບທຸລະກິດ, ໄດ້ກາຍເປັນປາກົດການທີ່ດີໃນການພັດທະນາຊັບພະຍາກອນມະນຸດສາກົນລະດັບໂລກທີ່ມີເອກະລັກພິເສດຂອງຈີນ ເຊິ່ງໄດ້ເສີມຂະຫຍາຍບົດບາດສຳຄັນໃນການພັດທະນາຈີນໃຫ້ຫັນເປັນທັນສະໄໝແລະໂລກາພິວັດ.
ຄຳເຫັນ
0