黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໜັງ​ສື​ພິມລຽນ​ເຮີຈ້າວ​ປ້າວ: ຜົນ​ງານ​ທີ່​ໄດ້​ຮັບ​​ຈາກ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ໃນ 40 ປີ​ແມ່ນ​ຫາ​ຍາກ​ໃນ​ປະ​ຫວັດ​ສາດ​ຂອງມວນ​ມະ​ນຸດ

2018-12-25 15:06:45 cri

ໜັງ​ສື​ພິມ​​ລຽນ​ເຮີ​ຈ້າວ​ປ້າວ​​ຂອງ​ສິງ​ກະ​ໂປ​ໄດ້ພິມ​ບົດ​ຄວາມ​ລະ​ບຸ​ວ່າ, ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍ​ນອກ​ 40 ປີ​ຂອງ​ຈີນ​ແມ່ນ​ຜົນ​ງານ​ອັນ​ໃຫຍ່​ຫຼວງ, ​ແລະ​ຫາ​ຍາກ​ໃນ​ປະ​ຫວັດ​ສາດ​ຂອ​ງມວນ​ມະ​ນຸດ. ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ບໍ່​ພຽງ​ແຕ່​​ໄດ້​ເຮັດ​ໃຫ້​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ​ຖືກ​ຍົກ​ສູງ​ຂຶ້ນ​ຢ່າງ​ໃຫຍ່​ຫຼວງ​ເທົ່າ​ນັ້ນ, ທັງ​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສ​ດ​ຖະ​ກິດ​ຂອງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ, ເປັນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ, ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ. ໃນ​ໄລ​ຍະ 40 ປີ​ຜ່ານ​ມາ, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ຂະ​ແໜງ​ການ​​ຜະ​ລິດໃຫຍ່​ທີ່​ສຸດ​ໃນ​ໂລກ, ເຮັດ​ໃຫ້​ກຳ​ລັງ​ຈັດ​ຊື້​ຍົກ​ສູງ​ຂຶ້ນ​ແລະ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ. ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ໄດ້​ສ້າງ​ຄວາ​ມ​ມີ​ຊີ​ວິດ​ຊີ​ວາພາຍ​ໃນ​ສັງ​ຄົມ​ຈີນ, ຄຸນ​ນະ​ພາບ​ແລະ​ຄວາມ​ສະ​ຫຼາດ​ຂອງ​ປະ​ຊາ​ຊົນ​ຈີນ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ຢ່າງ​ສົມ​ບູນ.

ຄຳ​ເຫັນ

0