ວັນທີ 27 ທັນວານີ້, ທ່ານອັນເດຣ ດີນີຊອຟ ເອກອັກຄະລັດຖະທູດຣັດເຊຍປະຈຳຈີນພ້ອມດ້ວຍຄະນະໄດ້ເຂົ້າຊົມ “ການປ່ຽນແປງທີ່ຍິ່ງໃຫຍ່--ງານວາງສະແດງຂະໜາດໃຫຍ່ເພື່ອສະເຫຼີມສະຫຼອງການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນຄົບຮອບ 40 ປີ”, ແລະໄດ້ຕີລາຄາຢ່າງສູງຕໍ່ຜົນງານຂອງຈີນໃນ 40 ປີທີ່ປະຕູຮູບແລະເປີດປະຕູສູ່ພາຍນອກ.
ທ່ານດີນີຊອຟ ກ່າວວ່າ, ຜົນງານທີ່ໄດ້ຮັບໃນຂະບວນການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນແມ່ນ “ບົດຮຽນອັນລ້ຳຄ່າທີ່ສຸດ” ເວລາໄດ້ເປັນສິ່ງພິສູດແລ້ວ. ທ່ານເນັ້ນໜັກວ່າ, ຈີນໄດ້ປະດິດສ້າງຮູບການພັດທະນາເສດຖະກິດແບບໃໝ່ຢ່າງສຳເລັດຜົນ, ແລະໄດ້ປະຕິບັດການພັດທະນາດັ່ງກ່າວໃຫ້ປາກົດຜົນເປັນຈິງ. ໂດຍຜ່ານຄວາມພະຍາຍາມເປັນໄລຍະເວລາ 40 ປີ, ຈີນໄດ້ເກີດການປ່ຽນແປງແບບຫຼັງມືເປັນໜ້າມື, ການປ່ຽນແປງດັ່ງກ່າວບໍ່ແມ່ນຢູ່ບ່ອນໃດບ່ອນໜຶ່ງ, ແຕ່ຫາກແມ່ນກວມເອົາຂອບເຂດທົ່ວປະເທດ. ທ່ານດີນີຊອຟ ກ່າວຕື່ມວ່າ, ຈີນໄດ້ຢືນຢັນຄວາມສຳຄັນຂອງ “ການປົດປ່ອຍແນວຄິດ” ສຳລັບການພັດທະນາຕໍ່ທົ່ວໂລກ, ແລະຈະສືບຕໍ່ກ້າວໜ້າໂດຍອີງຕາມເສັ້ນທາງປະຕິຮູບແລະເປີດປະຕູສູ່ພາຍນອກອີກຕື່ມ.
ຄຳເຫັນ
0