ວັນທີ 28 ທັນວານີ້, ທ່ານຢາງເຈຍຊື ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງການຄະນະກຳມະການວຽກງານຕ່າງປະເທດສູນກາງໄດ້ເຂົ້າຮ່ວມກອງປະຊຸມສົນທະນາວຽກງານກົດໝາຍສາກົນເນື່ອງໃນການປະຕິຮູບ ແລະເປີດປະຕູສູ່ນອກຄົບຮອບ 40 ປີ ແລະກ່າວປາໄສ.
ທ່ານກ່າວເນັ້ນວ່າ: ຜ່ານການບຸກບືນສູ້ຊົນໃນໄລຍະ 40 ປີ, ສາຍພົວພັນຈີນກັບສາກົນໄດ້ຢືນຢູ່ຈຸດເລີ່ມຕົ້ນໃໝ່, ຕ້ອງຍຶດໝັ້ນວຽກງານກົດໝາຍສາກົນທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃໝ່ຂອງການປະຕິຮູບ ແລະເປີດປະຕູສູ່ນອກຮອບໃໝ່, ຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ ແລະກອງປະຊຸມວຽກງານຕ່າງປະເທດສູນກາງພັກ, ຖືແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ແລະແນວຄິດທາງການທູດຂອງທ່ານສີຈິ້ນຜິງເປັນທິດນຳ, ສ້າງ “ 4 ສະຕິ”, ຍຶດໝັ້ນ “ 4 ຄວາມໝັ້ນໃຈ”, ຍົກສູງລະດັບວຽກງານກົດໝາຍກັບຕ່າງປະເທດຢາງບໍ່ຢຸດຢັ້ງ ແລະພະຍາຍາມຊຸກຍູ້ວຽກງານກົດໝາຍສາກົນໃຫ້ກ້າວຂຶ້ນສູ່ລະດັບໃໝ່ ເພື່ອປະກອບສ່ວນໃຫຍ່ກວ່າເກົ່າເຂົ້າໃນການລົງເລິກການປະຕິຮູບ ແລະສ້າງປະຕູສູ່ນອກໃນຍຸກໃໝ່, ເປີດສະພາບການໃໝ່ດ້ານການທູດລະຫວ່າງປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນ ແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ຄຳເຫັນ
0