ກອງປະຊຸມວຽກງານຄຸ້ມຄອງໄປສະນີທົ່ວປະເທດຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 3 ມັງກອນນີ້ ໂດຍເປີດເຜີຍວ່າ: ໃນໄລຍະດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກເປັນເວລາ 40 ປີຜ່ານມາ, ວຽກງານ ໄປສະນີຂອງຈີນໄດ້ຮັບການພັດທະນາແບບກ້າວກະໂດດຂຶ້ນໂດຍສະເພາະແມ່ນທຸລະກິດສົ່ງດ່ວນໄດ້ພັດທະນາຢ່າງວ່ອງໄວ, ປະລິມານສິນຄ້າສົ່ງດ່ວນຂອງປີນີ້ຄາດວ່າຈະບັນລຸເຖິງ 60 ຕື້ອັນ.
ຕາມສະຖິຕິສະແດງໃຫ້ເຫັນວ່າ: ແຕ່ປີ 2013 ເປັນຕົ້ນມາ, ທຸລະກິດສົ່ງດ່ວນຂອງຈີນໄດ້ຂະຫຍາຍຕົວຢ່າງວ່ອງໄວ. ປີ 2014, ປະລິມານສິນຄ້າສົ່ງດ່ວນໄດ້ລື່ນກາຍ 10 ຕື້ອັນເປັນຄັ້ງທຳອິດ ເຊິ່ງລື່ນກາຍອາເມຣິກາແລະສາມາດກ້າວຂຶ້ນຄອງອັນດັບໜຶ່ງຂອງໂລກ. ປີ 2018 ຜ່ານມາ, ປະລິມານສິນຄ້າສົ່ງດ່ວນໄດ້ລື່ນກາຍ 50 ຕື້ອັນ.
ທ່ານມ໋າຈຸ່ນເຊິ້ງ ຫົວໜ້າອົງການໄປສະນີແຫ່ງຊາດຈີນໃຫ້ຮູ້ໃນກອງປະຊຸມວ່າ: ໃນໄລຍະດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກ 40 ປີມານີ້, ລາຍຮັບຈາກທຸລະກິດໄປສະນີຂອງຈີນໄດ້ເພີ່ມຈາກ 510 ລ້ານຢວນເມື່ອປີ 1978 ຂຶ້ນເຖິງ 787 ຕື້ຢວນໃນປີ 2018, ເຊິ່ງໄດ້ເພີ່ມຂຶ້ນ 1542 ເທົ່າ, ກວມ GDP ເກືອບ 0,9%, ກວມອັດຕາສ່ວນຂອງທຸລະກິດໄປສະນີທົ່ວໂລກເຖິງ 1/6. ການບໍລິການສົ່ງດ່ວນຂອງຈີນຈາກສະພາບບໍ່ມີກ້າວເຖິງການເພີ່ມຂຶ້ນ, ປະລິມານສິນຄ້າສົ່ງດ່ວນໄດ້ຄອງອັນດັບໜຶ່ງຂອງໂລກເປັນ 5 ປີລຽນຕິດ ເຊິ່ງຫຼາຍກວ່າຍອດປະລິມານທຸລະກິດສົ່ງດ່ວນຂອງອາເມຣິກາ,ຍີ່ປຸ່ນ,ສະຫະພາບເອີຣົບແລະກຸ່ມເສດຖະກິດອື່ນໆ.
ຄຳເຫັນ
0