黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ສາຍ​ລົມ​ລະ​ດູ​ໃບ​ໄມ້​ປົ່ງ--ເລື່ອງ​ເລົ່າ​ຈາກ​ທ່ານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ພາກ​ທີ 3: ຄວາມ​ເວົ້າ​ທີ່​ອົບອຸ່ນ​​ຂອງ​ທ່ານ​ສີ​ຈິ້ນ​ຜິງທີ່​ມີ​ຕໍ່​ຜູ້​ເຖົ້າ

2019-02-07 15:16:45 cri

图片默认标题_fororder_图1:习近平和家人在一起,父亲习仲勋坐在轮椅上

     ໃນ​ຮູບ​ຖ່າຍ​ກ່ຽວ​ກັບ​ຄອບ​ຄົວ​ຂອງ​ທ່ານປະ​ທານ​ສີສິ້ນ​ຜິງທີ່​ມີ​ຢູ່ບໍ່​ຫຼາຍ​ແລະ​ໄດ້​ຮັບ​ການ​ເປີດ​ເຜີຍນັ້ນ, ມີ​ສອງ​ໃບ​ທີ່​ສະ​ແດງ​ໃຫ້​ເຫັນຄວາມ​ຮັກ​ແພງ​ກັນ​ອັນ​ເຂັ້ມ​ຂຸ້ນ​ລະ​ຫວ່າງ​ທ່ານ​ກັບ​ພໍ່​ແມ່​ ຄື ໃບໜຶ່ງ​ແມ່ນ​ທ່ານ​ສີ​ຈິ້ນ​ຜິງ​ຮ່ວມ​ກັບ​ຄອບ​ຄົວ​ຍູ້​ລໍ້​ທີ່ພໍ່​​ນັ່ງ, ອີກ​ໃບ​ໜຶ່ງ​ແມ່ນ​ທ່ານຈັບ​ມື​​ຂອງແມ່​ທີ່ຜົມ​ຫງອກເພື່ອພາ​ແມ່​ຍ່າງ​ເລາະ. ຈາກ​ຄອບ​ຄົວ​ນ້ອຍໄປ​ຫາ​ຄອບ​ຄົວ​ໃຫຍ່, ຈາກ​ພໍ່​ແມ່​ຂອງ​ຕົນໄປ​ຫາ​ຜູ້​ເຖົ້າ​ທົ່ວ​ປະ​ເທດ​ຈີນ. ໃນ​ຍຸກ​ປະ​ຈຸ​ບັນ​ທີ່​ສັງ​ຄົມ​ຈີນ​ກຳ​ລັງ​ຜະ​ເຊີນ​ໜ້າ​ກັບ​ບັນ​ຫາທີ່​ມີ​ຈຳ​ນວນ​ຜູ້​ເຖົ້າ​ຫຼາຍ​ຂຶ້ນ, ເຮັດ​ແນວ​ໃດ​ຈຶ່ງ​ສາ​ມາດ​ໃຫ້​ຜູ້​ເຖົ້າ​ທຸກ​ຄົນ​ຂອງ​ຈີນ​ໃຊ້​ຊີ​ວິດ​ເຖົ້າ​ແກ່​ຊະ​ລາ​ຢ່າງ​ມີ​ຄວາມ​ສຸກນັ້ນ​ແມ່ນ​ວຽກ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ເປັນ​ຫ່ວງ​ຫຼາຍມາ​ໂດຍ​ຕະ​ຫຼອດ. ມື້ນີ້ກໍ​ເຊີນ​ທ່ານ​ຟັງ“ເລື່ອງເລົ່າ​ຈາກ​ທ່ານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ”​ພາກ​ທີ 3 ທີ່​ມີ​ຫົວ​ຂໍ້​ວ່າ“ຄວາມເວົ້າທີ່ອົບອຸ່ນຂອງທ່ານສີຈິ້ນຜິງທີ່ມີຕໍ່ຜູ້ເຖົ້າ”.

图片默认标题_fororder_图2:习近平牵着母亲齐心的手散步

     ຜູ້​ເຖົ້າ:“ພວກ​ເຮົາ​ມີ​ຄວາມ​ສຸກ​ຍ້ອນທ່ານ​ປະ​ທານໃຫ້​ຄວາມ​ສົນ​ໃຈ!”

     ທ່ານ​ສີ​ຈິ້ນ​ຜິງ: “ການມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ​ແລະ​ອາ​ຍຸ​​ໝັ້ນຍືນແມ່ນ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ພວກ​ເຮົາ, ຂໍ​ໃຫ້​ບັນ​ດາ​ທ່ານມີ​ຄວາມ​ມ່ວນ​ຊື່ນ​ທຸກ​ມື້ ແລະ​ມ່ວນຊື່ນ​ຕະ​ຫຼອດ​ໄປ!”

     ນີ້​ແມ່ນ​ການ​​ໂອ້​ລົມ​ກັນ​ລະ​ຫວ່າງ​ຜູ້​ເຖົ້າ​ທຳ​ມະ​ດາ​ຜູ້​ໜຶ່ງ​ຂອງ​ນະ​ຄອນ​ຊຽງ​ໄຮ້​ກັບທ່ານ​ປະ​ທານ​ປະ​ເທດ​ຈີນ​ທີ່​ໄປ​ຢາມ. ຈຳ​ນວນຜູ້​ເຖົ້າ​ກວມ​ປະ​ຊາ​ກອນ​ຫຼາຍຂຶ້ນ​ແມ່ນ​ບັນ​ຫາ​ສັງ​ຄົມ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ຈີນ​ໃນ​ປະ​ຈຸ​ບັນ. ຄາດ​ວ່າ, ເມື່ອ​ຮອດ​ປີ 2050, ປະ​ຊາ​ກອນ​ຜູ້​ທີ່​ມີ​ອາ​ຍຸ​ສູງຂອງ​ຈີນຈະ​ບັນ​ລຸ​ເຖິງ​ລະ​ດັບ​ສູງ​ສຸດ​ຄື 487 ລ້ານ​ຄົນ, ກວມ​ປະ​ຊາ​ກອນ​ທັງ​ໝົດ​ຂອງ​ຈີນ 34,9%.

图片默认标题_fororder_图3:2018年11月,习近平在上海虹口区市民驿站托老所同老年居民交谈

     ນະ​ຄອນຊຽງ​ໄຮ້​ແມ່ນ​ນະ​ຄອນ​ໃຫຍ່​ຂອງ​ຈີນ​ທີ່​ເຂົ້າ​ສູ່​ສັງ​ຄົມທີ່​ມີ​ຜູ້​ເຖົ້າ​ຫຼາຍກ່ອນກວ່າ​ເມືອງ​ອື່ນໆ​ຂອງ​ຈີນ, ຢູ່​ເມືອງ​ຮົງ​ໂຂ​ຂອງ​ນະ​ຄອນນີ້, ຜູ້​ເຖົ້າອາ​ຍຸ 60 ປີ​ຂຶ້ນ​ໄປ​ທີ່​ມີ​ສຳ​ມະ​ໂນ​ຄົວ​ຢູ່ເມືອງນີ້ໄດ້​ກວມ 40%​ ຂອງປະ​ຊາ​ກອນ​ທັງ​ໝົດ​ໃນເມືອງນີ້. ວັນ​ທີ 6 ພະ​ຈິກ​ປີ 2018, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ລົງ​ໄປ​ຢາມ​ສະ​ໂມ​ສອນ​ປະ​ຊາ​ຊົນ​ທີ່ຖະ​ໜົນ​ເຈ່ຍ​ຊີ່ງ ເມືອງ​ຮົງ​ໂຂ​ຂອງ​ນະ​ຄອນ​ຊຽງ​ໄຮ້. ຢູ່​ສູນ​ເບິ່ງ​ແຍງ​ຜູ້​ເຖົ້າ​ໃນ​ຍາມ​ກາງ​ເວັນ​ຂອງ​ສະ​ໂມ​ສອນ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ຜູ້​ເຖົ້າ​ທັງ​ຫຼາຍ:

     “ບັນ​ຫາ​ຈຳ​ນວນ​ຜູ້​ເຖົ້າ​ຫຼາຍ​ຂຶ້ນ​ແມ່ນ​ບັນ​ຫາ​ໜຶ່ງ​ທີ່​ສູນ​ກາງ​ເອົາ​ໃຈ​ໃສ່​ທີ່​ສຸດ. ຈີນ​ໄດ້​ເຂົ້າ​ສູ່​ສັງ​ຄົມ​ທີ່​ມີ​ຜູ້​ເຖົ້າ​ກວມ​ສ່ວນ​ຫຼາຍແລ້ວ, ຊີ​ວິດ​ການ​ເປັນ​ຢູ່​ທີ່​ມີ​ຄວາມ​ສຸກ​ຂອງ​ປະ​ຊາ​ຊົນ, ​ມີ​ປັດ​ໄຈ​ສຳ​ຄັນ​ອັນ​ໜຶ່ງ​ກໍ​ຄື​ຄວາມ​ສຸກ​ຂອງ​ຜູ້​ເຖົ້າ ຜູ້​ເຖົ້າ​ມີ​ບ່ອນ​ເພິ່ງ​ພາອາ​ໄສແລະ​ໄດ້​ຮັບ​ການ​ລ້ຽງ​ດູ​ແລ​ຫຼື​ບໍ? ສຸ​ຂະ​ພາບ​ເປັນ​ແນວ​ໃດ? ສະ​ນັ້ນ, ວຽກ​ທີ່​ສູນນີ້ເຮັດ​ແມ່ນມີ​ຄວາມ​ໝາຍ​ຫຼາຍ, ຂ້າ​ພະ​ເຈົ້າ​ເຫັນວ່າ​ຜູ້​ເຖົ້າ​ຢູ່​ແຫ່ງນີ້​ດີ​ໃຈ​ທຸກ​ຄົນ. ຂໍ​ອວຍ​ພອນ​ໃຫ້​ຜູ້​ເຖົ້າ​ທັງ​ຫຼາຍ​ຈົ່ງມີ​ຄວາມເບີກ​ບານ​ມ່ວນ​ຊື່ນແລະ​ຍິ້ມ​ແຍ້ມ​ແຈ່ມ​ໃສຕະ​ຫຼອດ​ໄປ!”

     ການ​ທີ່​ເຮັດ​ແນວ​ໃດ​ເພື່ອ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ລ້ຽງ​ດູ​ແລ​ຜູ້​ເຖົ້າ​ໃຫ້​ດີ ແລະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຜູ້​ເຖົ້າ​ຫຼາຍກວ່າ​ເກົ່າ​ ແມ່ນ​ບັນ​ຫາ​ທີ່​ຜູ້​ນຳ​ສູງ​ສຸດ​ຂອງ​ຈີນ​ຜູ້ນີ້​ໃຫ້​ຄວາມ​ສຳ​ຄັນ​ໃນທຸກ​ເວ​ລາ. ປະ​ຈຸ​ບັນ, ເມືອງ​ຮົງ​ໂຂນະ​ຄອນ​ຊຽງ​ໄຮ້​ໄດ້​ເຜີຍ​ແຜ່​ແຜນ​ດຳ​ເນີນ​ງານ 3 ປີ​ກ່ຽວ​ກັບ​ການ​ຍົກ​ລະ​ດັບການ​ບໍ​ລິ​ການ​ລ້ຽງດູ​ແລ​ຜູ້​ເຖົ້າໃຫ້​ສູງ​ຂຶ້ນ, ຄາດ​ວ່າ​ ເມື່ອ​ຮອດ​ທ້າຍ​ປີ 2021, ສູນເບິ່ງ​ແຍງ​ຜູ້​ເຖົ້າ​ໃນ​ຍາມ​ກາງ​ເວັນ​ຈະ​ເພີ່ມ​ຂຶ້ນ​ເຖິງ 60 ແຫ່ງ, ຮ້ານ​ອາ​ຫານ​ທີ່​ຮັບ​ໃຊ້ຜູ້​ເຖົ້າ​ຈະ​ເພີ່ມ​ຂຶ້ນ​ເຖິງ 100 ແຫ່ງ, ຈຳ​ນວນ​ຄົນ​ທີ່​ຢູ່​ໃນ​ຖັນ​ແຖວ​ຜູ້​ຊ່ວຍ​ລ້ຽງ​ຜູ້​ເຖົ້າ​ຈະ​ບັນ​ລຸ 500 ຄົນ. ທ່ານ​ເຊິນ​ເຢ​ວ້​ປີ່ນ ຫົວ​ໜ້າ​ພະ​ແນກວຽກ​ງານ​ຜູ້​ເຖົ້າ​ຂອງ​ພາກ​ສ່ວນ​ການ​ປົກ​ຄອງ​ແລະ​ປະ​ຊາ​ສົງ​ເຄາະ​ນະ​ຄອນ​ຊຽງ​ໄຮ້​ ໃຫ້​ຮູ້​ວ່າ:

     “ໃນເວ​ລາ 3 ຫາ 4 ປີ​ຕໍ່​ໜ້ານີ້, ພວກ​ເຮົາ​ຈະ​ເພີ່ມ​ສິ່ງກໍ່​ສ້າງ​ບໍ​ລິ​ການ​ລ້ຽງດູ​ແລ​ຜູ້​ເຖົ້າ​ໃຫ້​ຫຼາຍຂຶ້ນ​ເປັນ​ເທົ່າ. ຕໍ່​ໄປ​ບໍ່​ພຽງ​ແຕ່​ຈະ​ເພີ່ມ​ຈຳ​ນວນ​ເທົ່າ​ນັ້ນ, ສິ່ງ​ທີ່​ສຳ​ຄັນ​ກວ່າ​ແມ່ນ​ຕ້ອງ​ຍົກ​ສູງ​ຄຸນ​ນະ​ພາບ, ເຮັດ​ໃຫ້​ຜູ້​ເຖົ້າ​ຮູ້​ສຶກ​ມີ​ສິ່ງ​ທີ່​ໄດ້​ຮັບ​ແລະ​ມີ​ຄວາມ​ສຸກ​ເພີ່ມ​ຂຶ້ນ.”

图片默认标题_fororder_图4:2013年2月,习近平在兰州养老餐厅为老年人端上饭菜

     ບໍ່​ພຽງ​ແຕ່​ຢູ່​ນະ​ຄອນ​ໃຫຍ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ, ຢູ່​ບາງ​ແຂວງ​ແລະ​ນະ​ຄອນ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ກໍ​ກຳ​ລັງ​ຄົ້ນ​ຄວ້າ​ການສະ​ໜອງ​ການ​ບໍ​ລິ​ການ​ລ້ຽງດູ​ແລ​ຜູ້​ເຖົ້າ​ດ້ວຍ​ຫຼາຍ​ຮູບ​ການ. ວັນ​ທີ 4 ກຸມ​ພາ​ປີ 2013, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ລົງ​ສຳ​ຫຼວດ​ວຽກ​ງານ​ຢູ່​ຮ້ານ​ອາ​ຫານຂອງໂຮງ​ລ້ຽງ​ຜູ້​ເຖົ້າເມືອງ​ເຊິງ​ກ່ວນ​ນະ​ຄອນ​ລານ​ໂຈ່ວ​ແຂວງ​ກ່ານ​ຊູ້​ຂອງຈີນ, ແລະ​ໄດ້​ສົ່ງ​ອາ​ຫານ​ໃຫ້ຜູ້​ເຖົ້າດ້ວຍ​ຕົນ​ເອງ. ທ່ານ​ຟູ້​ລຽນ​ຮົງ ເຈົ້າ​ຂອງ​ຮ້ານອາ​ຫານ ນັກ​ທຸ​ລະ​ກິດ​ຄົນ​ພິ​ການ​ຫວນ​ຄືນ​ວ່າ:

     “ຂ້ອຍ​ເປັນ​ຜູ້​ສຸດ​ທ້າຍ, ເມື່ອທ່ານ​ສີ​ຈິ້ນ​ຜິງ​ຍ່າງ​ໃກ້​ເຂົ້າມາ, ເພິ່ນ​ໄດ້ຈັບ​ມື​ຂ້ອຍ​ແລະ​ເວົ້າ​ວ່າ, ເຖິງວ່າເຈົ້າ​ເປັນ​ຄົນ​ພິ​ການ, ແຕ່ຍັງ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັງ​ຄົມ, ພັກ​ແລະ​ລັດ​ຖະ​ບານ​ຂອບ​ໃຈເຈົ້າຫຼາຍໆ. ບັນ​ຍາ​ກາດ​ໃນ​ເວ​ລານັ້ນ​ຈົນ​ຮອດ​ປະ​ຈຸ​ບັນ​ຂ້ອຍ​ຍັງ​ຈົດ​ຈຳ​ໄວ້​ບໍ່​ລືມ​ຈັກ​ເທື່ອ, ຂ້ອຍ​ຄິດ​ວ່າ, ຕ້ອງ​ຈັດ​ໂຮງ​ລ້ຽງ​ຜູ້​ເຖົ້າແຫ່ງນີ້​ໃຫ້​ດີກວ່າ​ເກົ່າ!”

     ໃນ​ຫຼາຍ​ປີ​ມານີ້, ທ່ານ​ຟູ້​ລຽນ​ຮົງ​ໄດ້​ຫ້າງ​ຫາທຶນ​ຢ່າງ​ຕັ້ງ​ໜ້າ, ນອກ​ຈາກ​ໄດ້​ຍ້າຍ​ບ່ອນແລະ​ຂະ​ຫຍາຍ​ສ້າງ​ຮ້ານ​ອາ​ຫານ​ລ້ຽງ​ຜູ້​ເຖົ້າ​ແລ້ວ, ຍັງ​ໄດ້​ສ້າງ​ສູນ​ລ້ຽງ​ຜູ້​ເຖົ້າ​ແລະ​ສູນ​ເບິ່ງ​ແຍງ​ຜູ້​ເຖົ້າ​ໃນ​ຍາມ​ກາງ​ເວັນ​ອີກ.

图片默认标题_fororder_图5:2013年11月,习近平在湘西十八洞村与村民石爬专一家人交谈

     ການ​ໂອ້​ລົມ​ກັນ​ຕອນ​ໜຶ່ງ​ລະ​ຫວ່າງ​ທ່ານ​ສີ​ຈິ້ນ​ຜິງ​ກັບ​ແມ່​ເຖົ້າ​ຊື​ພາ​ຈ່ວນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ​ພາຍ​ຫຼັງ​ໄດ້​ຮັບ​ການ​ລາຍ​ງານ. ແມ່​ເຖົ້າ​ຊື​ພາ​ຈ່ວນ​ແມ່ນ​ປະ​ຊາ​ຊົນ​ຜູ້ທຸກ​ຍາກ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ບ້ານ​ຊື​ປ່າ​ຕຸ້ງ ​ກິ່ງ​ເຂດປົກ​ຄອງ​ຕົນ​ເອງ​ເຜົ່າ​ຖູ​ເຈ່ຍ​ເຜົ່າ​ມົ້ງ​ທີ່​ພາກ​ຕາ​ເວັນ​ຕົກ​ຂອງ​ແຂວງ​ຫູ​ນານ​ຈີນ. ໃນ​ການລົງ​ສຳ​ຫຼວດ​ເທື່ອ​ໜຶ່ງ​ເມື່ອປີ 2013, ທ່ານ​ສີ​ຈິ້ນ​ຜິງໄດ້ຍ່າງ​ຕາມ​ເສັ້ນ​ທາງ​ພູ​ດອຍ​ທີ່ຄົດ​ລ້ຽວ​ແລະ​ຄັບແຄບໄປ​ຮອດເຮືອນ​ແມ່​ເຖົ້າຜູ້ນີ້​. ຢູ່ໃນ​ຫ້ອງທີ່​ມືດ​ມົນ, ທຳ​ອິດແມ່​ເຖົ້າບໍ່​ຮູ້​ວ່າແມ່ນ​ຜູ້​ໃດ​ມາ. ພະ​ນັກ​ງານ​ບ້ານ​ແນະ​ນຳ​ໃຫ້​ແມ່​ເຖົ້າວ່າ, ນີ້​ແມ່ນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ທີ່​ມາ​ແຕ່​ປັກ​ກິ່ງ, ເພິ່ນມາ​ຢາມ​ແມ່​ເຖົ້າແລ້ວ! ແລະ​ຕໍ່​ມາ, ລະ​ຫວ່າງ​ທ່ານ​ສີ​ຈິ້ນ​ຜິງ​ແລະ​ແມ່​ເຖົ້າ​ຜູ້ນີ້​ກໍ​ໄດ້​ມີ​ການ​ລົມ​ກັນ​ຕອນ​ໜຶ່ງ​ຄື​ດັ່ງ​ນີ້:

ທ່ານ​ສີ​ຈິ້ນ​ຜິງ:“ນີ້​ຄື​ເອື້ອຍ​ໃຫຍ່​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຍິນ​ດີ​ທີ່ມີ​ໂອ​ກາດ​ມາ​ຢາມ​ເອື້ອຍ. ເພິ່ນ​ອາ​ຍຸ 64 ປີ, ຂ້າ​ພະ​ເຈົ້າ 60 ປີ, ມື້​ໜ້າ​ພວກ​ເຮົາ​ພະ​ຍາ​ຍາດ​ໃຫ້​ພົບ​ກັນ​ເລື້ອຍໆ​ເດີ້.”

ແມ່​ເຖົ້າ​ຊື​ພາ​ຈ່ວນ:“ມື້ນີ້​ໄດ້​ເຫັນ​ທ່ານມາ​ຢາມ, ທ່ານ​ເປັນ​ຜູ້​ນຳ​ສູງ, ແມ່ນ​ຜູ້​ນຳ​ທີ່​ເອົາ​ໃຈ​ໃສ່ພວກ​ເຮົາ, ເອົາ​ໃຈ​ໃສ່​ປະ​ຊາ​ຊົນທົ່ວ​ໄປ​ຄື​ພວກ​ເຮົາ.”

ທ່ານ​ສີ​ຈິ້ນ​ຜິງ:“ຂ້າ​ພະ​ເຈົ້າ​ເປັນ​ຜູ້​ຮັບ​ໃຊ້​ປະ​ຊາ​ຊົນ.”

 

ຄຳ​ເຫັນ

0