ງານວາງສະແດງ ການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນຄົບຮອບ 40 ປີຈັດຂຶ້ນຢູ່ສູນວັດທະນະທຳຈີນທີ່ນະຄອນຢາງກຸ້ງປະເທດມຽນມາໃນວັນທີ 1 ມີນານີ້. ງານດັ່ງກ່າວໄດ້ວາງສະແດງຮູບພາບທີ່ສວຍງາມແລະມີຊີວິດຊີວາຕ່າງໆເພື່ອສະແດງໃຫ້ເຫັນຂະບວນວິວັດປະຫວັດສາດແລະຜົນສຳເລັດອັນຍິ່ງໃຫຍ່ແຫ່ງການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນ ກໍຄືຜົນງານອັນໃຫຍ່ຫຼວງຂອງຈີນໃນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດກັບໂລກໃນໄລຍະ 40 ປີຜ່ານມາ.
ທ່ານນາງ ຊືຢິ່ງ ຜູ້ຮັບຜິດຊອບສູນວັດທະນະທຳຈີນປະຈຳຢາງກຸ້ງໄດ້ປະກອບຄຳເຫັນໃນພິທີເປີດງານວາງສະແດງວ່າ: ໄລຍະ 40 ປີແຫ່ງການປະຕິຮູບແລະເປີດປະຕູສູ່ພາຍນອກມານີ້, ຈີນໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງ. ເມື່ອ 40 ປີກ່ອນ, ຄົນທັງຫຼາຍຍັງບໍ່ກ້າຄາດຄິດວ່າ ເສດຖະກິດຈີນຈະມີການພັດທະນາໄວປານນີ້, 40 ປີຫຼັງຈາກນັ້ນ, ຈີນໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງແບບໜ້າມືເປັນຫຼັງມື, ປະຊາກອນຜູ້ທຸກຍາກໃນຊົນນະບົດ 700 ລ້ານກວ່າຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ.
ມື້ດຽວກັນ, ສູນວັດທະນະທຳຈີນປະຈຳຢາງກຸ້ງຍັງໄດ້ຮ່ວມກັບສະມາຄົມອຸດສາຫະກຳການຄ້າຊາວໜຸ່ມເຊື້ອສາຍຈີນແລະຊາວໜຸ່ມຈີນຕ່າງດ້າວມຽນມາ, ສະມາຄົມສຳພັນມິດຕະພາບຊາວໜຸ່ມຟູຈ້ຽນມຽນມາເປັນເຈົ້າພາບຮ່ວມຈັດງານແລກປ່ຽນທິດສະດີແລະບົດຮຽນການແປພາສາຈີນ-ມຽນມາ.
ຄຳເຫັນ
0