黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເພື່ອສ່ວນລວມ ຊອກຮູ້ທັດສະນະກ່ຽວກັບການຕ່າງປະເທດຂອງຈີນ

2019-03-08 22:27:06 cri

图片默认标题_fororder_微信图片_20190308221336

ກອງປະຊຸມສະພາຜູ້ແທນປະຊາຊົນແຫ່ງຊາດຈີນໄດ້ຈັດກອງປະຊຸມ ຂ່າວຂອງລັດຖະມົນຕີການຕ່າງປະເທດຈີນໃນວັນສຸກທີ 8 ມີນານີ້ ໂດຍທ່ານ ຫວາງອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງ ນັກຂ່າວຈາກ21ອົງການສື່ມວນຊົນເຊິ່ງຄຳຖາມເຫຼົ່ານີ້ໄດ້ກວມລວມບັນຫາ ຈຸດສຸມຕ່າງໆໃນໂລກປະຈຸບັນ,ຈາກການພົວພັນລະຫວ່າງປະເທດໃຫຍ່ຮອດ ການປະທະກັນຢູ່ພາກພື້ນ, ຈາກບັນຫານິວເຄຼຍແຫຼມເກົາຫຼີຮອດທະວີບອາ ຟຣີກາ.ໃນຄຳຕອບຂອງທ່ານຫວາງອີ້ ໄດ້ບັນຍາຍແນວຄິດກ່ຽວກັບການພັດ ທະນາໃນດ້ານເລິກຂອງທົ່ວໂລກໃນອະນາຄົດ ກໍ່ຄືຄວາມປາຖະໜາຂອງ ຈີນໃນການເສີມຂະຫຍາຍບົດບາດຫຼາຍກວ່າເກົ່າເພື່ອສ້າງໂລກໃຫ້ດີຂຶ້ນ , ອັນໄດ້ສະແດງໃຫ້ເຫັນທັດສະນະເພື່ອສ່ວນລວມຂອງວຽກງານການຕ່າງປະ ເທດຂອງຈີນ.

图片默认标题_fororder_微信图片_20190308221800

ທ່ານສີຈິ້ນຜິງ ປະທານປະເທດ ສປ ຈີນເຄີຍໄດ້ກ່າວມາຫຼາຍເທື່ອວ່າ, ໂລກສູ່ມື້ນີ້ພວມຢູ່ໃນການປ່ຽນແປງຢ່າງໃຫຍ່ທີ່ບໍ່ເຄີຍມີໃນຮອບ 100 ປີມານີ້, ປະເທດທີ່ເຄີຍທຸກຍາກຫຼ້າຫຼັງເດີນໄປຕາມເສັ້ນທາງພັດທະນາ ແລະຄ່ອງ ຄອຍຈະໄດ້ຮັບການສະໜັບສະໜູນຫຼາຍຂຶ້ນຈາກປະຊາຄົມໂລກ. ແຕ່ປະ ເທດທີ່ໄດ້ພັດທະນາແລ້ວບໍ່ໜ້ອຍພັດເກີດມີຄວາມຂັດແຍ້ງກັນຂຶ້ນຢ່າງພົ້ນ ເດັ່ນຍ້ອນການແບ່ງປັນບໍ່ສະເໝີພາບກັນເປັນເວລາດົນນານ, ຈົນເອົາໂທດ ໃສ່ປະເທດທີ່ພວມພັດທະນາ ທັງປະທ້ວງການພັດທະນາໂລກາພິວັດ ເຮັດ ໃຫ້ລະບຽບສາກົນທີ່ສ້າງຕັ້ງຂຶ້ນຫຼັງສົງຄາມໂລກຄັ້ງທີ 2 ນັ້ນໄດ້ປະທົບກັບ ສິ່ງທ້າທາຍຢ່າງຂ້ຽວຂາດທີ່ບໍ່ເຄີຍມີມາກ່ອນ.

ພາຍໃຕ້ສະພາບແວດລ້ອມສາກົນທີ່ສັບຊົນ ປະຊາຊົນຈີນທີ່ມີການນຳ ພາໂດຍພັກກອມມູນິດຈີນໄດ້ສາມັກຄີບາກບັ່ນສູ້ຊົນກ້າວໄປໜ້າຢ່າງທໍລະ ຫົດອົດທົນເປັນເວລາ 70 ປີ ໂດຍສະເພາະແມ່ນໄດ້ຜ່ານການ 40 ປີແຫ່ງ ການປະຕິຮູບແລະເປີດປະຕູສູ່ພາຍນອກ, ເຮັດໃຫ້ປະຊາຊົນຈີນເກືອບ 800 ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກ, ຈີນກາຍເປັນອົງກອນເສດຖະ ກິດໃຫຍ່ທີ 2 ຂອງໂລກ. ຮູບການພັດທະນາຂອງຈີນໄດ້ຮັບການຍອມ ຮັບແລະຮຽນນຳຈາກປະເທດທີ່ພວມພັດທະນານັບມື້ນັບຫຼາຍຂຶ້ນ. ເໝືອນດັ່ງ ນັກຂ່າວ ຂອງປະເທດການາຜູ້ໜຶ່ງໄດ້ກ່າວວ່າ, ປະເທດອາຟຣີການັບມື້ ນັບຍອມຮັບຕໍ່ຮູບແບບການພັດທະນາຂອງຈີນ, ແລະມີຄວາມຫ້າວຫັນໃນ ການເຂົ້າຮ່ວມການສ້າງສ້າ ໜຶ່ງແລວໜຶ່ງເສັ້ນທາງ.

ປັດຈຸບັນ ທົ່ວໂລກໄດ້ມີ 123 ປະເທດ ແລະ 29 ອົງການຈັດຕັ້ງສາກົນ ໄດ້ເຊັນເອກະສານກ່ຽວກັບການຮ່ວມມືດ້ານ ໜຶ່ງແລວໜຶ່ງເສັ້ນທາງກັບຈີນ, ແລະໄດ້ສະແດງການສະໜັບສະໜູນແລະເຊື່ອໝັ້ນຕໍ່ຂໍ້ລິເລີ່ມດັ່ງກ່າວທີ່ສະ ເໜີໂດຍທ່ານສີຈິ້ນຜິງຢ່າງຈະແຈ້ງ. ໂດຍປະຕິບັດຕາມຫຼັກການ ປຶກສາຫາ ລືຮ່ວມກັນ, ສ້າງສາຮ່ວມກັນ ແລະຊົມໃຊ້ຮ່ວມກັນ, ປະເທດຈຳນວນໜຶ່ງ ໄດ້ບັນລຸການພັດທະນາແບບບຸກທະລຸໃນດ້ານພື້ນຖານໂຄງລ່າງແລະຂະແໜງການການຜະລິດໂດຍຜ່ານການຮ່ວມມື ໜຶ່ງແລວໜຶ່ງເສັ້ນທາງ. ເຊິ່ງທ່ານ ຫວາງອີ້ກ່າວວ່າ ທັງໝົດເຫຼົ່ານີ້ຢືນຢັນເລື່ອງຈິງອັນໜຶ່ງ ນັ້ນກໍ່ຄື ໜຶ່ງແລວທາງ ໜຶ່ງເສັ້ນທາງເດັດຂາດບໍ່ແມ່ນ ຂຸມໜີ້, ຫາກແມ່ນຄັງຊັບສິນທີ່ສົ່ງຜົນປະ ໂຫຍດໃຫ້ທົ່ວປວງຊົນ, ເດັດຂາດບໍ່ແມ່ນເຄື່ອງມືດ້ານການເມືອງພູມີພາກ, ຫາກແມ່ນໂອກາດທີ່ຮ່ວມກັນພັດທະນາ.

ແຕ່ເລື່ອງທີ່ໜ້າເສຍດາຍຄື ບາງຄົນຍັງມີເຈດຕະນາທີ່ບໍ່ດີຕໍ່ຈີນ, ມັກຈະ ໃສ່ຮ້າຍປ້າຍສີ,ເວົ້າສຽກສີຈີນ, ໂດຍກ່າວວ່າຈະແຕກແຍກກັບຈີນ, ຈົນຂົ່ມຂູ່ ປະເທດອື່ນນຳ, ເຈດຕະນາສະກັດກັ້ນການພັດທະນາໂດຍສັນຕິຂອງຈີນ. ຕໍ່ເລື່ອງນີ້, ທ່ານຫວາງອີ້ໄດ້ສະເໜີອອກຢ່າງຈະແຈ້ງວ່າ, ການແຕກແຍກກັບ ຈີນກໍ່ຄືແຕກແຍກກັບໂອກາດ, ກໍ່ຄືແຕກແຍກກັບອະນາຄົດ, ເວົ້າໃນອີກດ້ານ ໜຶ່ງແລ້ວ ກໍ່ຄືແຕກແຍກກັບທົ່ວໂລກ. ບັນຫານີ້ໜ້າຄິດຫຼາຍ.

图片默认标题_fororder_微信图片_20190308221806

ໂດຍແນໃສ່ການສະກັດກັ້ນຂອງບາປະເທດ, ຈີນສົ່ງເສີມວິສາຫະກິດ ແລະສ່ວນບຸກຄົນປົກປັກຮັກສາສິດທິຜົນປະໂຫຍດຂອງຕົນເອງດ້ວຍກົດ ໝາຍ, ເພາະວ່າການປົກປັກຮັກສານັ້ນ ບໍ່ພຽງແຕ່ແມ່ນສິດທິຜົນປະໂຫຍດ ຂອງວິສາຫະກິດແຫ່ງດຽວທໍ່ນັ້ນ, ຍັງແມ່ນສິດທິການພັດທະນາທີ່ຊອບດ້ວຍ ກົດໝາຍຂອງປະເທດໜຶ່ງ ແລະຊົນຊາດໜຶ່ງ, ຍິ່ງແມ່ນສິດທິຂອງທັງໝົດ ປະເທດໃນທົ່ວໂລກທີ່ຢາກຈະຍົກລະດັບການພັດທະນາວິທະຍາສາດເຕັກ ນິກຂອງຕົນເອງ.

ທ່ານຫວາງອີ້ກ່າວດ້ວຍຄວາມຈິງໃຈວ່າ, ການໂຫດຫ້ຽມບໍ່ແມ່ນປະ ເພນີຂອງຈີນ, ເຂັ້ມແຂງແລ້ວເປັນເຈົ້າອຳນາດກໍ່ບໍ່ແມ່ນ ການເລືອກຂອງ ຈີນ.ໃນຖານະເປັນປະເທດພຽງດຽວໃນໂລກທີ່ມີອາລະຍະທຳອັນເກົ່າແກ່ທີ່ມີປະຫວັດ 5 ພັນກວ່າປີບໍ່ເຄີຍຕັດຂາດໄປນັ້ນ, ຈີນຍຶດໝັ້ທັດສະນະ ຄວາມຍຶດຖື ແລໜເປົ້າໝາຍທີ່ເຄົາລົບອາລະຍະທຳທີ່ຕ່າງກັນໃນໂລກ, ຢູ່ກັບ ປະເທດຕ່າງໆໃນໂລກໂດຍສັນຕິ ແລະຮ່ວມມືກັນຕາງຝ່າຍຕ່າງໄດ້ຮັບຜົນ ປະໂຫຍດຮ່ວມກັນກັບປະຊາຄົມໂລກ. “ຈີນຈະເດັດດ່ຽວປົກປັກຮັກສາສິດ ທິຜົນປະໂຫຍດຂອງຕົນ, ແຕ່ຈະບໍ່ສະແຫວງຫາການເປັນເຈົ້າອຳນາດ”, ຍຸດຕິທຳແລະຄວາມເປັນທຳ ຄືຄວາມຍຶດຖືຂອງວຽກງານການຕ່າງປະ ເທດຈີນ.

ທີ່ຈິງແລ້ວ,ການພັດທະນາໂດຍສັນຕິຂອງຈີນພວມໄດ້ຮັບຄວາມໄວ້ໃຈຈາກປະຊາຄົມໂລກນັບມື້ນັບຫຼາຍຂຶ້ນ. ຜົນການສຳຫຼວດຫຼ້າສຸດຂອງອົງການ ຢັ່ງປະຊາມະຕິ ຂອງເຢຍລະມັນແລະອາເມລິກາໄດ້ສະແດງໃຫ້ເຫັນວ່າ, ປະຊາຊົນເອີ ຣົບອາເມລິກາເຫັນວ່າ, ຈີນເປັນປະເທດທີ່ໜ້າເຊື່ອຖືກວ່າ. ໃນກອງປະຊຸມ ຄວາມປອດໄພມູນິກທີ່ຫາກໍ່ສິ້ນສຸດລົງໃນຫວ່າງກ່ອນນີ້ບໍ່ດົນ, ນັກວິເຄາະ ການເມືອງເອີຣົບບໍ່ໜ້ອຍໄດ້ເວົ້າວ່າ ໃນການປັບປຸງທົ່ວໂລກນັ້ນ ເອີຣົບເພີ່ມ ທະວີການຮ່ວມມືກັບຈີນເປັນວຽກທີ່ຮີບຮ້ອນແລະຈຳເປັນທີ່ສຸດ. ທ່ານນາງ ແອນເຈີລາ ເມີແຄວ ນາຍົກລັດຖະມົນຕີເຢຍລະມັນກໍກ່າວວ່າ, ເຢຍລະມັນ ສາມາດເຮັດຄືເກົ່າເມືອຫຼັງບາກບັ່ນສູ້ຊົນຕໍ່ໄປ, ແຕ່ຖ້າເສຍການ ພົວພັນເປັນ ຢ່າງດີກັບຈີນແລ້ວ, ເຢຍລະມັນບໍ່ສາມາດຮັກສາຖານະນຳ ໜ້າໃນໂລກ ດ້ວຍກຳລັງຂອງຕົນເອງ. ທ່ານແຟຼນ ເຊຍເຣັນ ນັກຂາວໜັງສືພິມແຣນ ໂດສບລັດ ຂອງເຢຍລະມັນທີ່ປະຈຳປັກກິ່ງ ຊີ້ອອກວ່າ, ລະບຽບການໂລກພວມເກີດມີການປ່ຽນແປງຢ່າງໃຫຍ່, ໃນບາງ ຂົງເຂດ ການຫາລືກັບຈີນຈະດີ ກວ່າໄປຫາລືກັບອາເມລິກາ.

图片默认标题_fororder_微信图片_20190308221811

ຄຳບູຮານຈີນກ່າວໄວ້ວ່າ: ເວລາທຸກໃຫ້ສ້າງຕົນເອງໃຫ້ເຂັ້ມແຂງຂຶ້ນ, ເວລາຈະເລີນແລ້ວຕ້ອງຄິດຊ່ວຍທົ່ວທັງປວງ. ນີ້ຄື ແນວຄິດເພື່ອສ່ວນລວມທີ່ ໄດ້ຮັບການສົ່ງເສີມນໃນປະຊາຊາດຈີນແລະອາລະຍະທຳຈີນ. ປະຊາຊາດ ຈີນເຄີຍປະດິດສ້າງກຳມະວີທີເຮັດເຈ້ຍ, ການພິມ, ເຂັ້ມທິດ ແລະຢາໝື້ ທີ່ເປັນ 4 ປະດິດສ້າງທີ່ຍິ່ງໃຫຍ່ໃຫ້ແກ່ທົ່ວມວນມະນຸດ,ໃນຍຸກໃໝ່ ໄດ້ປະດິດ ສ້າງຮູບແບບການພັດທະນາອັນໃໝ່ ແລະຂໍ້ລິເລີ່ມໃໝ່ທີ່ສົ່ງຜົນປະໂຫຍດ ໃຫ້ປະເທດຕ່າງໆເພື່ອສັນຕິພາບແລະການພັດທະນາຂອງໂລກ, ຄົນທັງຫຼາຍມີເຫດຜົນເຊື່ອວ່າ, ຈີນທີ່ຍຶດໝັ້ນ​ເສັ້ນ​ທາງພັດທະນາໂດຍສັນຕິ, ປະຕິບັດຕາມທັດສະນະທີ່ຮ່ວມມືກັນໄດ້ຮັບຜົນປະໂຫຍດຮ່ວມກັນ,ປົກປັກ ຮັກສາລະບຽບສາກົນໃນປັດຈຸບັນ, ແລະຮັບໜ້າທີ່ຮັບຜິດຊອບຂອງໂລກ ໃຫ້ຫຼາຍຂຶ້ນນັ້ນ ຈະປະກອບສ່ວນຍິ່ງຫຼາຍກວ່າເກົ່້າເຂົ້າໃນການປົກປັກ ຮັກສາສັນຕິພາບໂລກແລະຊຸກຍູ້ຄວາມກ້າວໜ້າຂອງມວນມະນຸດ.

ຄຳ​ເຫັນ

0